ຍີ່ປຸ່ນປະຕິເສດວິຈານຂອງຈີນກ່ຽວກັບບົດກ່າວປາໄສຂອງນາຍົກລັດຖະມົນຕີShinzo Abe

ຍີ່ປຸ່ນປະຕິເສດວິຈານຂອງຈີນກ່ຽວກັບບົດກ່າວປາໄສຂອງນາຍົກລັດຖະມົນຕີShinzo Abe - ảnh 1
ຫົວໜ້າ​ຫ້ອງ​ວ່າການ​​ລັດຖະບານ ຍີ່ປຸ່ນ Yoshihide Suga
(ພາບ: 24h.com.vn)

(vovworld) – ວັນ​ທີ 2/6, ຍີ່ປຸ່ນ ​ໄດ້​ປະ​ຕິ​ເສດ​ບັນດາ​ວິຈານ​ຂອງ ຈີນ ກ່ຽວ​ກັບ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ Shinzo Abe ທີ່​ກອງ​ປະຊຸມ ສຸດ​ຍອດ​ຄວາມ​ໝັ້ນຄົງ ອາຊີ (Shangzi – La) ຄັ້ງ​ທີ 13 ຢູ່​ສິງ​ກາ​ໂປ. ​ເມື່ອ​ຕອບສຳພາດຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງ ​ໂຕ​ກຽວ, ຫົວໜ້າ​ຫ້ອງ​ວ່າການ​​ລັດຖະບານ ຍີ່ປຸ່ນ Yoshihide Suga ຖະ​ແຫຼ​ງວ່າ: ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ ຈີນ ​ໄດ້​ຍົກ​ອອກ​ມາ​ບັນດາ​ຄຳ​ຖະ​ແຫຼ​ງ​ໂດຍ​ອີງ​ໃສ່​ສະພາບ​ການ​ຕົວ​ຈິງ​ທີ່​ຜິດ​ພາດ ​ເພື່ອ​​ໃສ່​ຮ້າຍ​ປ່າຍ​ສີ​ປະ​ເທດ ຍີ່ປຸ່ນ. ທ່ານ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນ ຍີ່ປຸ່ນ ຢູ່​ສິງ​ກາ​ໂປ ​ໄດ້ “ຄັດຄ້ານ​ຢ່າງ​ແຮງ” ​ບັນດາ​ຄຳ​ວິຈານຂອງ​ຝ່າຍ ຈີນ ​​ໃນ​ທັນທີ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ນາ​ຍົກ​ລັດຖະມົນຕີ Abe ​ໄດ້​ຊີ້​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ກົດໝາຍ​ສາກົນ ​ແລະ 3 ຫຼັກການ​ທີ່​ກ່ຽວຂ້ອງ​​ເຖິງ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ​ນັ້​ນ​ແມ່ນ​ບັນດາ​ປະ​ເທດ​ຖະ​ແຫຼ​ງອະທິປະ​ໄຕ​ບົນ​ພື້ນຖານກົດໝາຍ​ສາກົນ, ບັນດາ​ປະ​ເທດ​ບໍ່​​ໄດ້ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຍາດ​ໄດ້​ອະທິປະ​ໄຕ ​ແລະ ບັນດາ​ປະ​ເທດ​ຕ້ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງຜ່ານ​ມາ​ດຕະການ​ສັນຕິພາບ.  ທ່ານ​ຮຽກຮ້ອງ​ໃຫ້ ອາ​ຊຽນ ​ແລະ ຈີນ ບັນ​ລຸ​ໄດ້​ປະມວນ​ຂໍ້​ກຳນົດກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ​ໄດ້​ກ່າວ​ຫາ ຈີນ ​ມີ​ບັນດາ​ການ​ກະທຳ​ເຮັດ​ໃຫ້​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ຄື: ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​​ໄຫຼ່​ທະວີບ​ຂອງ ຫວຽດນາມ, ສະກັດ​ກັ້ນ ຟິລິບ​ປິນ ສຳ​ພັດ​ຫາດ Scarborough.


ຂ່າວ/ບົດ​ອື່ນ