ຍີ່ປຸ່ນຢາກຊຸກຍູ້ການຮ່ວມມືກັບກຸຍບາ

ຍີ່ປຸ່ນຢາກຊຸກຍູ້ການຮ່ວມມືກັບກຸຍບາ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທ​ດຍີ່ປຸ່ນ Fumio Kishida
(ພາບ: qdnd.vn)

​(vovworld) – ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທ​ດຍີ່ປຸ່ນ Fumio Kishida ພວມ​ຢ້ຽມຢາມກຸຍ​ບາ ​ໃນ​ວັນ​ທີ 02/05, ​ໄດ້​ມີ​ການ​​ເຈລະຈາ​ກັບ​ຄູ່ຕ​ຳ​ແໜ່​ງປະ​ເທດ​ເຈົ້າພາບ Bruno Rodriguez ​ເພື່ອ​ແນ​ໃສ່​ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ​ເພື່ອ​ເພີ່ມທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທີ່​ການ​ພົບ​ປະ, ທ່ານ Kishida ​ໃຫ້​ຮູ້​ວ່າ, ຍີ່ປຸ່ນ ສະໜັບ​ສະ​ໜູນ​ຢ່າງ​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຫັນ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ​ເປັນ​ປົກກະຕິ, ພ້ອມ​ທັງ​ຢາກ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ໂຕ​ກຽວ ​ແລະ La Habana ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ ​ເພີ່ມ​ທຶນ​ອຸປະຖຳ​​ໃຫ້​ແກ່​ການພັດທະນາ​ທາງ​ການ (ODA) ຂອງ​ຍີ່ປຸ່ນ ​ໃຫ້​ປະ​ເທດ​ນີ້. ຍີ່ປຸ່ນ ກໍ່​ມີ​ຄວາມ​ຫວັງ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ກຸຍ​ບາ, ​ເຊິ່ງຖືກຖື​ວ່າ ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ການ​ລົງທຶນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ທຸກ​ຂົງ​ເຂດ​ຄື: ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການທ່ອງທ່ຽວ ​ແລະ ສາທາລະນະ​ສຸກ. ສ່ວນ​ທ່ານ Bruno Rodriguez ຢືນຢັນ​ວ່າ, La Habana ​ໃຫ້​ບຸລິມະສິດ​ການ​ພົວພັນ​ກັບ​ໂຕ​ກຽວ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ລວມມີ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ຮ່ວມ​ມືດ້ານ​ວິ​ທະຍາ​ສາດ.

ຂ່າວ/ບົດ​ອື່ນ