ຍີ່ປຸ່ນວາງອອກບັນດາເງື່ອນໄຂຕັດສິນຊີ້ຂາດກ່ອນການພົບປະອາເມລິກາ-ສປປ.ເກົາຫຼີ

(VOVWORLD) -ວັນທີ 24 ມີນາ, ໜັງສືພິມ Japan Times ໄດ້ຄັດແຫຼ່ງຂ່າວທາງການທູດໃຫ້ຮູ້ວ່າ, ຍີ່ປຸ່ນ ໄດ້ຮຽກຮ້ອງບາງເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ທ່ານປະທານາທິບໍດອາເມລິກາ Donald Trump ພົບປະກັບການນຳສປປ.ເກົາຫຼີ Kim Jong un

ຍີ່ປຸ່ນວາງອອກບັນດາເງື່ອນໄຂຕັດສິນຊີ້ຂາດກ່ອນການພົບປະອາເມລິກາ-ສປປ.ເກົາຫຼີ - ảnh 1

 ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono

(ພາບ: AFP/TTXVN)

ໃນນັ້ນມີເລື່ອງ ພຽງຢາງ ຕ້ອງໃຫ້ຄຳໝັ້ນສັນຍາແກ້ໄຂບັນຫາລອກຈັບຕົວພົນລະເມືອງຍີ່ປຸ່ນ ແລະ ປະລະລູກສອນໄຟໄລຍະກາງ ທີ່ສາມາດບຸກໂຈມຕີປະເທດອາຊີຕາເວັນອອກສຽງເໜືອນີ້. ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວໃນຕົ້ນເດືອນມີນາ ຢູ່ວໍຊິງຕັນ, ໃນບັນດາການພົບປະສະເພາະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Jim Mattis, ທ່ານຮອງລັດຖະມົນຕີການຕ່າງປະເທດ John Sullivan… ບັນດາແຫຼ່ງຂ່າວດັ່ງກ່າວໃຫ້ຮູ້ວ່າ, ທ່ານ Kono ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ອາເມລິກາ ຮັບປະກັນວ່າ, ກ່ອນທີ່ທ່ານ Donald Trump ພົບປະກັບທ່ານ Kim Jong un ໃນທ້າຍເດືອນ ພຶດສະພາ ທີ່ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ທີ່ບໍ່ເຄີຍມີມາກ່ອນ, ພຽງຢາງ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຫຼຸດຜ່ອນນິວເຄຼຍຢ່າງສິ້ນເຊີ່ງ, ອາດຈະມີການກວດກາຢັ້ງຢືນ ແລະ ບໍ່ອາດຕ່າວປິ້ນໄດ້, ຮັບຮູ້ບັນດາການເຄື່ອນໄຫວຕິດຕາມກວດກາຂອງອົງການພະລັງງານປະລາມະນູສາກົນ ແລະ ລົງລ້າງອາວຸດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ