ຍີ່ປຸ່ນສະໜອງທຶນODAກ່ວາ100ລ້ານUSDໃຫ້ອຸດສະເບກິດສຖານ

ຍີ່ປຸ່ນສະໜອງທຶນODAກ່ວາ100ລ້ານUSDໃຫ້ອຸດສະເບກິດສຖານ - ảnh 1
ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ​ ເຈລະຈາ​ກັບ
ທ່ານ​ປະທານາທິບໍດີ ອຸດ​ສະ​ເບ​ກິດສຕານ Islam Karimov
(ພາບ: Kyodo)

(vovworld) ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອຸດ​ສະ​ເບ​ກິດສຖານ, ວັນ​ທີ 25/10, ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ​ໄດ້​ເຫັນ​ດີ​ສະໜອງ​ບ້ວງ​ເງິນ​ທຶນ​ອຸປະຖຳ​ພັດທະນາ​ທາງ​ການ (ODA) 105 ລ້ານ USD ໃຫ້ ອຸດ​ສະ​ເບ​ກິດສຖານ ​ເພື່ອ​​ຊ່ວຍ​ປະ​ເທດ​ນີ້​ກໍ່ສ້າງ​ບັນດາ​ໂຮງງານ​ໄຟຟ້າ ​ແລະ ຍົກ​ລະດັບ​ພາຫະນະ​ອຸປະກອນ​ການ​ແພດ. ຄຳ​ໝັ້ນ​ສັນຍາ​ດັ່ງ​ກ່າວ ​​ໂດຍທ່ານ​ນາຍົກລັດຖະມົນຕີ  Shinzo Abe ຍົກ​ອອກ​ມາ​ທີ່​ການ​ເຈລະຈາ​ກັບທ່ານ​ປະທານາທິບໍດີ ອຸດ​ສະ​ເບ​ກິດສຕານ Islam Karimov ຢູ່ນະຄອນຫລວງ Tashkent. ຕາມ​ຖະ​ແຫຼ​ງການ​ຮ່ວມ​ທີ່​ຍົກ​ອອກ​ມາ​ພາຍຫລັງ​ການ​ເຈລະຈາ​ແລ້ວ, 2 ຝ່າຍ ​ໃຫ້​ຄຳ​ໝັ້ນ​ສັນຍາ​ມານະ​ພະຍາຍາມ​ຊຸກຍູ້​ບັນດາ​ການ​ພົວພັນ​ຍຸດ​ທະ​ສາດ.

 

 

 

ຂ່າວ/ບົດ​ອື່ນ