ຍີ່ປຸ່ນແລະອາຊີຕາເວັນອອກສຽງໃຕ້ຄວນເພີ່ມທະວີບັນດາສາຍພົວພັນ

ຍີ່ປຸ່ນແລະອາຊີຕາເວັນອອກສຽງໃຕ້ຄວນເພີ່ມທະວີບັນດາສາຍພົວພັນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ກັບການນຳອາຊຽນ
ພາບ:AP

(vovworld)-  ນີ້​ແມ່​ນຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ທີ່​ກອງ​ປະຊຸມ​ສຸດ​ຍອດ ຍີ່​ປຸ່ນ- ອາ​ຊຽນ ຊື່​ງດຳ​ເນີນ​ໄປ​ຢູ່ ​ໂຕ​ກຽວ ​ໃນ​ຕອນ​ເຊົ້າ​ວັນ​ທີ 14/12. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາຍົກລັດຖະມົນຕີ Shinzo Abe ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ສ້າງ“ອະນາຄົດ​ອາຊີ-​ປາຊີ​ຟີ​ກ” ຊື່​ງຢູ່​ນັ້ນ ບັນດາ​ພື້ນຖານ​ວັດທະນະທຳ​ໄດ້​ຮັບ​ການ​ເຄົາລົບ ພ້ອມ​ກັບ​ລະບົບ​ເສດຖະກິດ​ບໍ່​ແມ່ນ​ໄດ້​ຮັບ​ການຮັບ​ຮູ້​ດ້ວຍ​ກຳລັງ​ອາວຸດ ​ຫາກ​ດ້ວຍ​ຂໍ້​ກຳນົດຂອງ​ກົດໝາຍ ​ແລະ ຄວາ​ມານະ​ພະຍາຍາມ​ລວມ. ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ ຖື​ວ່າ: ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ຄວນ​ຮັບປະກັນ​ການ​ນຳ​ນົດຂອງ​ກົດໝາຍ ​ແລະ ບໍ່​ນຳ​ໃຊ້​ກຳລັງ​ອາວຸດ.

ທີ່​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນລະຫວ່າງ ຍີ່​ປຸ່ນ - ອາ​ຊຽນ, ທ່ານ​ນາຍົກລັດຖະມົນ​ຕີ Shinzo Abe ໝັ້ນ​ໝາຍ: ສະຫນອງ​ໃຫ້​ແກ່ ອາ​ຊຽນບັນດາ​ບ້ວງ​ເງິນ​ຊ່ວ​ຍ​ເຫລືອ ​ແລະ ​ໃຫ້​ກູ້​ຢືມ​ບ້ວງ​​ເງິນ​ລວມມູນ​ຄ່າ 20 ຕື້ USD. ບ້ວງ​ເງິນ​ນີ້​ໄດ້​ຈັດ​ແບ່ງ​ໃນ​​ໄລຍະ 5 ປີ ​ໃຫ້​ແກ່​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ. ທ່ານ Shinzo Abe ປາດ​ຖະຫນາ​ວ່າ ສອງ​ຝ່າຍ​ຈະ​ຮັບ​ຮອງ​ເອົາວິ​ໄສ​ທັດ​ຈາກ​ໄລຍະ​ກາງ ​ແລະ ຍາວ ​ເພື່ອ​ກຳນົດ​ວິທີ​ການ​ຮ່ວມ​ມື​ລະຫວ່າງ ຍີ່​ປຸ່ນ ​ແລະ ອາ​ຊຽນ ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ