ຍີ່ຢຸ່ນ ກຳນົດວັນ ຮຽກໂຮມກອງປະຊຸມພິເສດຂອງສະພາແຫ່ງຊາດ

(VOVWORLD) - ສະພາແຫ່ງຊາດ ຍີ່ປຸ່ນ ຈະຮຽກໂຮມກອງປະຊຸມພິເສດໃນວັນທີ 01 ພະຈິກ ຈະມາເຖິງ, ພາຍຫລັງການເລືອກຕັ້ງທົ່ວປະເທດໃນອາທິດກ່ອນ
ຍີ່ຢຸ່ນ ກຳນົດວັນ ຮຽກໂຮມກອງປະຊຸມພິເສດຂອງສະພາແຫ່ງຊາດ - ảnh 1 ທ່ານນາຍົກລັດຖະມົນຕີ Shinzo Abe (ພາບ:THX/TTXVN)

ດ້ວຍຜົນທີ່ວ່າ ສຳພັນທະມິດກຳອຳນາດລວມມີພັກປະຊາທິປະໄຕເສລີ (LDP) ຂອງທ່ານນາຍົກລັດຖະມົນຕີ Shinzo Abe ແລະ ພັກ Komeito ຍາດໄດ້ໄຊຊະນະໃຫຍ່ຫລວງ ດ້ວຍ 312 ທີ່ນັ່ງ / 465 ທີ່ນັ່ງຢູ່ສະພາຕ່ຳ. ວັນທີ 26 ຕຸລາ ທ່ານ Yoshihide Suga ຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ໄດ້ຢືນຢັນຂໍ້ມູນຂ່າວດັ່ງກ່າວ. ຕາມທ່ານ Suga ແລ້ວ, ໃນມື້ທຳອິດຂອງກອງປະຊຸມທີ່ແກ່ຍາວເປັນເວລາ 8 ວັນນີ້, ຄາດວ່າ ທ່ານ Shinzo Abe ຈະໄດ້ຮັບຖານະຕຳແໜ່ງເປັນນາຍົກລັດຖະມົນຕີຄືນໃໝ່ ແລະ ຈະສ້າງຕັ້ງຄະນະລັດຖະບານໃໝ່ຫລັງຈາກນັ້ນ. ແລະກໍ່ໃນມື້ປະຊຸມທຳອິດຂອງກອງປະຊຸມ ສະພາຕ່ຳຈະເລືອກຕັ້ງປະທານ ແລະ ຮອງປະທານ.

ຕອບກັບ

ຂ່າວ/ບົດ​ອື່ນ