ຍ້ອງຍໍຊົມເຊີຍຄູອາຈານດີເດັ່ນ160ຄົນ
ພິທີຍ້ອງຍໍຊົມເຊີຍໃນຕອນເຊົ້າວັນທີ 17/11
(vovworld) - ພິທີຍ້ອງຍໍຊົມເຊີຍຄູອາຈານດີເດັ່ນ 160 ຄົນໂດຍກະຊວງສຶກສາ ແລະ ບຳລຸງສ້າງສົມທົບກັບກຳມະບານສຶກສາ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 17/11, ຢູ່ຮ່າໂນ້ຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ອວຍພອນບັນດາຄູອາຈານ ເນື່ອງໃນໂອກາດວັນຄູ ຫວຽດນາມ, ພ້ອມທັງຢັ້ງຢືນວ່າ: ບັນດາຄູອາຈານ ແມ່ນຜູ້ຕັດສິນໂດຍກົງເຖິງພາລະກິດສຶກສາຂອງປະເທດຊາດ. ທ່ານກ່າວວ່າ:
“ຊຸມປີຜ່ານມາ, ຂະແໜງສຶກສາແມ່ນອູ່ເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງຜູ້ເກັ່ງກ້າສາມາດ... ບັນລຸໄດ້ຜົນງານນັ້ນແມ່ນມີການປະກອບສ່ວນບໍ່ຫນ້ອຍຂອງຄູອາຈານ. ພວກຂ້າພະເຈົ້າຫວັງວ່າ, ໃນອະນາຄົດ, ຂະແໜງສຶກສາຈະແລກປ່ຽນຢ່າງເລິກເຊິ່ງກ່ວາອີກ ເຮັດແນວໃດເພື່ອສ້າງເປັນຂະບວນການແຂ່ງຂັນພ້ອມກັບບັນດາແບບຢ່າງດີເດັ່ນ, ເຮັດໃຫ້ຂະແໜງສຶກສາພັດທະນາຢ່າງບໍ່ຢຸດຢັ້ງ”
ຄູອາຈານ 160 ຄົນໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ຕາງໜ້າໃຫ້ຄູອາຈານກ່ວາ 1,2 ລ້ານຄົນໃນທົ່ວປະເທດ. ຄູອາຈານ ຫວ່າງທິແກງ (Vàng Thị Ghếnh), ໂຮງຮຽນອະນຸບານຕາແສງ ໝານເຖີນ, ເມືອງ ຊີມາກາຍ, ແຂວງ ລາຍກາຍ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມມ່ວນຊື່ນ ແລະ ເອກອ້າງທະນົງໃຈທີ່ເປັນຕົວແທງໃຫ້ແຂວງ ລາຍກາຍ ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້, ກໍ່ແມ່ນກຳລັງໜູນເພື່ອໃຫ້ຂ້າພະເຈົ້າສູ້ຊົນໃນຕໍ່ໜ້າເພື່ອພາລະກິດສຶກສາ.”