ຍ້ອງຍໍຊົມເຊີຍນັກສຶກສາລາວ,ກຳປູເຈຍດີເດັ່ນໃນປີ 2018 130 ຄົນ

(VOVWORLD) -ວັນທີ 18 ທັນວາ, ທີ່ພິທີຍ້ອງຍໍຊົມເຊີຍ ໂດຍຄະນະຊາວໜຸ່ມນະຄອນໂຮ່ຈິມິນ ຈັດຕັ້ງ

ຍ້ອງຍໍຊົມເຊີຍນັກສຶກສາລາວ,ກຳປູເຈຍດີເດັ່ນໃນປີ 2018 130 ຄົນ - ảnh 1ຍ້ອງຍໍຊົມເຊີຍນັກສຶກສາລາວ, ກຳປູເຈຍດີເດັ່ນ 130 ຄົນ 

(ພາບ: TTXVN)

ມີນັກສຶກສາລາວ, ກຳປູເຈຍ 130 ຄົນມີຜົນງານພົ້ນເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ ແລະ ຕັ້ງໜ້າເຂົ້າຮ່ວມຂະບວນການຊາວໜຸ່ມຢູ່ມະຫາວິທະຍາໄລ, ວິທະຍາໄລຢູ່ນະຄອນໂຮ່ຈິມິນ ໄດ້ຮັບການຍ້ອງຍໍໃນຄັ້ງນີ້. ນີ້ແມ່ນບັນດາແບບຢ່າງດີເດັ່ນ, ບັນດາທູດໄວໜຸ່ມ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບພິເສດລະຫວ່າງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ. ທາວ ຈັນທະລາດ ເພັນນະພາ, ເຊິ່ງແມ່ນນັກສຶກສາລາວ ທີ່ພວມຮ່ຳຮຽນປີທີ 1, ພະແນກຄຸ້ມຄອງອຸດສາຫະກຳ, ມະຫາວິທະຍາໄລສ້າງຄູເຕັກນິກນະຄອນໂຮ່ຈິມິນ, ເຊິ່ງແມ່ນໜຶ່ງໃນບັນດານັກສຶກສາທີ່ໄດ້ເຊີດຊູໃນຄັ້ງນີ້, ກ່າວວ່າ.

        “ນ້ອງມີຄວາມປິຕິຊົມຊື່ນເມື່ອໄດ້ຮັບການເຊີດຊູໃນຄັ້ງນີ້. ຕອນທີ່ນ້ອງຫາກໍ່ມາຮຽນໃໝ່ເວົ້າພາສາຫວຽດ ບໍ່ໄດ້ຫຼາຍ, ແຕ່ຍ້ອນການຊ່ວຍເຫຼືອຂອງຄູອາຈານ, ເພື່ອນມິດ ສະນັ້ນນ້ອງກໍ່ຄ່ອຍໆດີຂຶ້ນ. ຄຸນນະພາບຂອງບັນດາມະຫາວິທະຍາໄລຢູ່ທີ່ນີ້ແມ່ນດີຫຼາຍ ສະນັ້ນມີນັກສຶກສາລາວ ມາຮ່ຳຮຽນຢູ່ທີ່ນີ້ເປັນຈຳນວນຫຼາຍ”.

        ໃນຊຸມປີຜ່ານມາ, ຈຳນວນນັກສຶກສາລາວ ແລະ ກຳປູເຈຍ ທີ່ຮ່ຳຮຽນຢູ່ນະຄອນໂຮ່ຈິມິນ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ປະຈຸບັນ, ມີນັກສຶກສາເກືອບ 800 ຄົນທີ່ພວມຮ່ຳຮຽນ ຢູ່ 25 ມະຫາວິທະຍາໄລ, ສະຖາບັນ. ສະເພາະໃນສົກຮຽນ 2018 – 2019 ນີ້, ບັນດາໂຮງຮຽນໄດ້ຕ້ອນຮັບນັກສຶກສາໃໝ່ 107 ຄົນ, ເພີ່ມຂຶ້ນເກືອບທົບ 2 ເທົ່າເມື່ອທຽບໃສ່ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ