ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍດີເດັ່ນ 122 ຄົນປີ 2020

(VOVWORLD) -ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນຄັ້ງທີ 8 ປີ 2020 ດ້ວຍຫົວຂໍ້ “ເສັ້ນທາງແຫ່ງຄວາມໄຝ່ຝັນ”.

ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍດີເດັ່ນ 122 ຄົນປີ 2020 - ảnh 1ພິທີຍ້ອງຍໍຊົມເຊີຍ

(ພາບ: VGP)

ຕອນຄ່ຳວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າໄດ້ເປັນປະທານ, ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນຄັ້ງທີ 8 ປີ 2020 ດ້ວຍຫົວຂໍ້ “ເສັ້ນທາງແຫ່ງຄວາມໄຝ່ຝັນ”. ມີນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ 122 ຄົນ ທີ່ມາຈາກ 50 ຊົນເຜົ່າຂອງ 47 ແຂວງ, ນະຄອນໃນທົ່ວປະເທດໄດ້ຮັບການຍ້ອງຍຊົມເຊີຍໃນຄັ້ງນີ້. ກ່າວຄຳເຫັນນະທີນີ້, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ຢືນຢັນວ່າ.

        “ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນທຸກຂັ້ນຕ່າງໆສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈ; ຍົກສູງຈິດໃຈຄວາມຮັບຜິດຊອບຕໍ່ສັງຄົມຂອງບັນດາອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນ, ຮ່ວມແຮງຮ່ວມໃຈພ້ອມກັບໂຮງຮຽນ, ຄອບຄົວສ້າງເງື່ອນໄຂເປັນຢ່າງດີທີ່ສຸດ, ສົ່ງເສີມໃຫ້ຊາວໜຸ່ມຊົນເຜົ່າສ່ວນໜ້ອຍໄດ້ຮ່ຳຮຽນ, ຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມ… ເສີມຂະຫຍາຍຄວາມສາມາດຂອງຕົນໃນທຸກສະພາບການ. ບັນດາວຽກງານດັ່ງກ່າວຈະຊ່ວຍໃຫ້ຊາວໜຸ່ມຊົນເຜົ່າສ່ວນໜ້ອຍປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຫຼາຍກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ