ຍອດຈຳນວນທຶນຈົດທະບຽນໃໝ່ ແລະ ທຶນເພີ່ມຂຶ້ນຂອງບັນດາໂຄງການ FDI ເພີ່ມຂຶ້ນສູງ

ຍອດຈຳນວນທຶນຈົດທະບຽນໃໝ່ ແລະ ທຶນເພີ່ມຂຶ້ນຂອງບັນດາໂຄງການ FDI ເພີ່ມຂຶ້ນສູງ - ảnh 1

(ພາບປະກອບ)

(vovworld) – ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ - ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ​ໄລ່​ລວມ​ໃນ 5 ​ເດືອນ​ຕົ້ນ​ປີ 2013, ຍອດ​ຈຳນວນທຶນ​ຈົດ​ທະບຽນ​ໃໝ່ ​ແລະ ທຶນ​ເພີ່ມ​ຂຶ້ນ​ແມ່ນ 8,5 ຕຶ້ USD, ​ເພີ່ມ​ຂຶ້ນ 8,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ​ໃນ 5 ​ເດືອນ​ຜ່ານ​ມາ, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ລົງທຶນ​ເຂົ້າ 18 ຂະ​ແໜງ, ​ໃນ​ນັ້ນ​ຂົງ​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​​ໄດ້​ດຶງ​ດູດ​ຄວາມ​​ເອົາ​ໃຈ​ໃສ່​ຈາກ​ນັກ​ລົງທຶນ​ຕ່າງປະ​ເທດ ດ້ວຍ 191 ​ໂຄງການ​ລົງທຶນ​ຈົດ​ທະບຽນ​ໃໝ່, ຍອດ​ຈຳນວນ​ເງິນ​ລົງ​​ທຶນຈົດ​ທະບຽນ​ໃໝ່ ​ແລະ ​ເພີ່ມ​ຂຶ້ນ​ແມ່ນ 7,5 ຕຶ້ USD, ກວມ 89,2% ຂອງ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ. ຖັດມາ​ແມ່ນຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ; ຂົງ​ເຂດ​ຂາຍ​ສົ່ງ, ຂາຍຍ່ອຍ, ສ້ອມ​ແປງ…

​ໃນ​ຈຳນວນ 40 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ມີ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ ນັ້ນ, ຍີ່ປຸ່ນ​ແມ່ນ​ປະ​ເທດ​ທີ່​ມີ​ຈຳນວນ​ໂຄງການ​ລົງທຶນ​ຫຼາຍ​ກ່ວາ​ໝູ່ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ໃໝ່ ​ແລະ ທຶນ​ເພີ່ມ​ຂຶ້ນ​ແມ່ນ​ເກືອບ 3,7 ຕຶ້USD, ກວມ 43,4% ຍອດ​ຈຳນວນ​​ເງິນ​ລົງທຶນທັງ​ໝົດ​ເຂົ້າ​ຫວຽດນາມ ຖັດມາ​ແມ່ນສິງ​ຄະ​ໂປ, ​ແລະ ທີ 3 ​ແມ່ນ​ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ