ຍ່າງເພື່ອສະໜັບສະໜູນລາຍການ “ໜ່ວຍໂລກສີຂຽວ”, ຮຽກຮ້ອງ​ການປົກປັກຮັກສາສິ່ງແວດ ລ້ອມ

(VOVWORLD) -ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ເຂດອານຸສາວາລີ ລີ້ທ໊າຍໂຕ, ມີປະຊາຊົນ, ນັກຮຽນ, ນັກສຶກສາ, ເດັກນ້ອຍ ເປັນຈຳນວນຫຼວງຫຼາຍ ໄດ້ເຂົ້າຮ່ວມການຍ່າງແຫ່ຂະບວນໃນບໍລິເວນ ໜອງຮ່ວານກຽມ, ຮ່າໂນ້ຍ, ເພື່ອຕອບສະໜອງລາຍການຍ່າງເພື່ອ “ໜ່ວຍໂລກສີຂຽວ”. 
ຍ່າງເພື່ອສະໜັບສະໜູນລາຍການ “ໜ່ວຍໂລກສີຂຽວ”, ຮຽກຮ້ອງ​ການປົກປັກຮັກສາສິ່ງແວດ ລ້ອມ - ảnh 1ມີຜູ້ເຂົ້າຮ່ວມການຍ່າງແຫ່ຂະບວນເປັນຈຳນວນຫຼວງຫຼາຍ

ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ເຂດອານຸສາວາລີ ລີ້ທ໊າຍໂຕ, ມີປະຊາຊົນ, ນັກຮຽນ, ນັກສຶກສາ, ເດັກນ້ອຍ ເປັນຈຳນວນຫຼວງຫຼາຍ ໄດ້ເຂົ້າຮ່ວມການຍ່າງແຫ່ຂະບວນໃນບໍລິເວນ ໜອງຮ່ວານກຽມ, ຮ່າໂນ້ຍ, ເພື່ອຕອບສະໜອງລາຍການຍ່າງເພື່ອ “ໜ່ວຍໂລກສີຂຽວ”. ລາຍການໂດຍ ວາລະສານພະລັງງານສະອາດຫວຽດນາມ ຈັດຕັ້ງ ເພື່ອໂຄສະນາການປົກປັກຮັກສາສິ່ງແວດລ້ອມ, ຕອບສະໜອງວັນສິ່ງແວດລ້ອມໂລກ (ຄືວັນທີ 5 ມິຖຸນາ) ແລະ ວັນມະຫາສາມຸດໂລກ (ຄືວັນທີ 8 ມິຖຸນາ). ເຫດການຍັງມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການກະຊວງ, ຂະແໜງການ.

ລາຍການ “ໜ່ວຍໂລກສີຂຽວ” ໂດຍວາລະສານພະລັງງານສະອາດ ຫວຽດນາມ ເລີ່ມເຄື່ອນ ໄຫວນັບແຕ່ເດືອນພຶດສະພາປີ 2020 ເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຊົນ ແລະ ວິສາຫະກິດ ຈົ່ງພ້ອມກັນກະທຳ ເພື່ອດັດປັບຄຸນນະພາບສິ່ງແວດລ້ອມທັງຢູ່ຊົນນະບົດ, ນະຄອນ ແລະ ທັງສິ່ງແວດລ້ອມມະຫາສະມຸດຢູ່ຫວຽດນາມ ອີກດ້ວຍ, ພ້ອມທັງໂຄສະນາເຜີຍແຜ່ ໃຫ້ແກ່ປະຊາຄົມ ແລະ ສັງຄົມ ໃຫ້ເອົາໃຈໃສ່ເຖິງບັນດາມູນຄ່າຂອງສິ່ງແວດລ້ອມ ໃນນັ້ນມີສິ່ງແວດລ້ອມມະຫາສະມຸດ.

ຕອບກັບ

ຂ່າວ/ບົດ​ອື່ນ