ຍາມໃດຫວຽດນາມ ກໍເຄົາລົບ ແລະ ຊຸກຍູ້ ບັນດາສິດເປັນພື້ນຖານ ຂອງປະຊາຊົນ

ຍາມໃດຫວຽດນາມ ກໍເຄົາລົບ ແລະ ຊຸກຍູ້ ບັນດາສິດເປັນພື້ນຖານ ຂອງປະຊາຊົນ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ເລືອ​ງ​ແທງ​ຫງີ້)
(vovworld) –  ວັນ​ທີ 21/04, ​ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າ​ວ​ທີ່​ສະ​ເໜີໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ປະກາດ​ບົດ​ລາຍ​ງານ​ສິດ​ທິມະນຸດປະຈຳ​ປີ 2012, ​ໃນ​ນັ້ນມີ​ຕອນ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຢູ່​ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ເລືອ​ງ​ແທງ​ຫງີ້ ຊີ້​ແຈ້ງວ່າ: ກ່ອນ​ອື່ນ​ໝົດ​ຕ້ອງ​ຢືນຢັນ​ວ່າ ຍາມ​ໃດ​ລັດ​ຫວຽ​ດນາມ​ ກໍ​ເຄົາລົບ ​ແລະ ຊຸກຍູ້ການ​ປະຕິບັດ​ບັນດາ​ສິດ​ເປັນ​ພື້ນຖານ​ຂອງປະຊາຊົນ. ທຸກໆ​ຄົນ​ໄດ້​ປະ​ຕິ​ບັດ​ບັນດາ​ສິດ​ຂອງ​ຕົນ​ໃນ​ຂອບ​ເຂດ​ກົດໝາຍ. ​ເຖິງ​ວ່າ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ບາງ​ຜົນງານ​ຂອງ​ຫວຽດນາມ ​ໃນ​ເລື່ອງ​ຮັບ​ປະກັນ​ສິດທິ​ມະ​ຍຸດ, ບົດ​ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ສືບ​ຕໍ່​ອີ່​ງ​ໃສ່​​ບັນດາ​ຂໍ້​ມູນ​ທີ່​ຜິດ​ເຂ​ວກ່ຽວ​ກັບ​ສະພາບ​ການ​ຂອງ​ຫວຽດນາມ ​ແລະ ຍົກ​ອອກ​ບັນດາ​ຄຳ​ເຫັນ​ໂດ​ຍ​ບໍ່​ພາວະ​ວິ​ໄສ​ກ່ຽວ​ກັບ​ສະ​ພາບ​ການ​ປະຕິບັດ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ສິ່ງ​ດັ່ງກ່າວ​​ແມ່ນ​ບໍ່ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່ການ​ພົວ​ພັນ​ລະຫວ່າງ 2 ປະ​ເທດ. ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້ ​ແລະ ພວມ​ຮັກ​ສາກົນ​​ໄກການ​ເຈລະຈາ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ເປັນ​ປະຈຳ. ພວກ​ຂ້າພະ​ເຈົ້າ​​ຫວັງ​ວ່າ, ຜ່ານ​ການ​ເຈລະຈາຢ່າງ​ກົງ​ໄປ​ກົງ​ມາ ​ບົນ​ຈິດ​ໃຈສ້າງສັນ​ໃນ​ມໍ່​ໆ​ມາ​ນີ້ ​​ແມ່ນ​ການ​ເຈລະຈາ​​​ເມື່ອ​ວັນ​ທີ 12/04 ທີ່​ຜ່ານ​ມາ, 2 ຝ່າຍມີ​ການ​ສັງ​ເກ​ດ​​ໂດຍ​ພາ​ວະ​ວິ​ໄສ ​ແລະ ສະພາບ​ຕົວ​ຈິ່ງ​ກ່ຽວ​ກັບ​ການ​ປະຕິບັດ​ສິດທິ​ມະນຸດ​ຢູ່​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​​ເຂົ້າ​ອົກເຂົ້າ​ໃຈກັນ​ ​ແລະ ຊຸກຍູ້ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ.
ຂ່າວ/ບົດ​ອື່ນ