ຍາມໃດຫວຽດນາມກໍຖືການພົວພັນມິດຕະພາບ,ການຮ່ວມມືກັບມຽນມາເປັນສຳຄັນ

ຍາມໃດຫວຽດນາມກໍຖືການພົວພັນມິດຕະພາບ,ການຮ່ວມມືກັບມຽນມາເປັນສຳຄັນ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ Win Hlaing)

(vovworld) - ​​ຕອ​ນ​ບ່າຍ​ວັນ​ທີ 29/06, ຢູ່​ສຳ​ນັກ​ງານ​ລັດ​ຖ​ະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ Win Hlaing ເຂົ້າ​ຢ້ຽມ​ອຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ. ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ​້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນຢ​່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນມາ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ​ ມຽນ​ມາ, ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2015, 2 ປະ​ເທດ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້​ນ​ໜັກ​ວ່າ, ຍາມ​ໃດ​ຫວຽດ​ນ​າມ ກໍ​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ມຽນ​ມາ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື ແລະ ຄວາມ​ສາ​ມັກ​ຄີ​ຂອງ​ອາ​ຊຽນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວນ​ຟ​ຸກ ໃຫ້​ຮູ້​ວ່າ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ເອົາ​ໃຈ​ໃສ່​ທີ່​ສຸດ​ ແລະ ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັ​ນ​ຮ່ວມ​ມື​ກັບ​ມຽນ​ມາ; ສະ​ເໜີ​ໃຫ້​ມຽນ​ມາ ສືບ​ຕໍ່​ສ​້າງ​ເງື່ອນ​ໄຂ​ສະ​ດວກ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ມຽນ​ມາ. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Win Hlaing ໄດ້​​ເຫັນ​ດີ​ໂດຍ​ຖື​ວ່າ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ໂດ​ຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ. ທ່ານ Win Hlaing ຢືນ​ຢັນ​ວ່າ, ເຖິງວ່າ​​ໄດ້​ຮັບດຳ​ລົງ​ຕຳ​ແໜ່ງ​ໃ​ດກໍ່​ຕາມ, ທ່ານ​ກໍ​ຈະ​ປະ​ກອບ​ກຳ​ລັງ​ເ​ຫື່ອ​ແ​ຮງ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດກວ່າ​ອີິກ.

ຂ່າວ/ບົດ​ອື່ນ