ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າຂົງເຂດກະສິກຳຢູ່ເຂດທົ່ງພຽງແມ່ນຳ້ຂອງ

ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າຂົງເຂດກະສິກຳຢູ່ເຂດທົ່ງພຽງແມ່ນຳ້ຂອງ - ảnh 1
ພາບປະກອບ

(vovworld) –  ຕາມ​ບັນດາ​ນັກ​ຊ່ຽວຊານ​ໃນ​ຂົງ​ເຂດ​ເຕັກ​ໂນ​​ໂລ​ຢີຂໍ້​ມູນ​ຂ່າວສານ​ແລ້ວ, ປະຈຸ​ບັນ, ຢູ່ ຫວຽດນາມ ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ພວມ​ຢື່ນ​ຢູ່​ນອກ​ຂົງ​ເຂດ​ຜະລິດ​ກະສິກຳ. ສ່ວນ​ສະຫະ​ສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​​ໂລ​ຢີຂໍ້​ມູນ​ຂ່າວສານ ຫວຽດນາມ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຂະ​ແໜງ​ກະສິກຳ ຫວຽດນາມ ມີ​ສະມັດ​ຕະພາບ​ແຮງ​ງານ​ຍັງ​ຕຳ່​ກ່ວາ​ຂອງ​ລາວ ​ແລະ ກຳປູ​ເຈຍ ​ແລະ ພຽງ​ມີ​ການ​ນ​ຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ຈຶ່ງ​ແກ້​ໄຂ​ບັນຫາ​ນີ້​ໄດ​້. ​ຢູ່ເຂດ​ທົ່ງພຽງ​ແມ່​ນຳ​້ຂອງ, ​ເສດຖະກິດ​ກະສິກຳ​ໄດ້​ຮັບ​ຖື​ວ່າ​ເປັນ​ແກ່ນ​ສານ, ​ແຕ່​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​​ໃສ່​ລົງທຶນ​ເຂົ້າ​ຂົງ​ເຂດ​ນີ້. ​ເພື່ອ​ກຳນົດ​ໄດ້​ທ່າ​ອ່ຽງພັດທະນາ ​ແລະ ຄວາມ​ຕ້ອງການ​ລົງທຶນ​ເຂົ້າ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຊຸກຍູ້​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ພັດທະນາ​ຂະ​ແໜງ​ກະສິກຳ, ທີ່​ກອງ​ປະຊຸມ​ສຳ​ມະ​ນາ “​ແງ່​ຫວັງ​ຂອງ​ຂະ​ແໜງ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ໃນ​ທ່າ​ອ່ຽງພັດທະນາ​ໃໝ່” ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ​ອຸດສາຫະກຳ ຫວຽດນາມ, ສາຂາ​ຢູ່​ນະຄອນ ​ເກີນ​ເທີ ຫາ​ກໍ່​ຈັດ​ຕັ້ງ​, ນັກ​ຊ່ຽວຊານ​ຫຼາຍ​ທ່ານ​ຖື​ວ່າ, ຄວນ​ກໍ່ສ້າງ​ໃຫ້​​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ມີ​ພື້ນຖານ​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ຢ່າງ​ໜັກ​ແໜ້ນ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ພັດທະນາ​ຂອງ​ເຂດ.

 


ຂ່າວ/ບົດ​ອື່ນ