ຍູ້​ແຮງ​ການ​ພົວພັນ​ດ້ານ​ການ​ຄ້າ ລະຫວ່າງ ຫວຽດນາມ - ບັງ​ກະລາ​ເທດ

(VOVWORLD) -ບັງກະລາເທດ ຖືຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າທີ່ສໍາຄັນ ແລະ ສອງປະເທດຍັງຄົງມີກໍາລັງຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ.
ຍູ້​ແຮງ​ການ​ພົວພັນ​ດ້ານ​ການ​ຄ້າ ລະຫວ່າງ ຫວຽດນາມ - ບັງ​ກະລາ​ເທດ - ảnh 1 ວາລະປະຊຸມຄັ້ງທີ 2 ຂອງ ອະນຸກໍາມະການການຄ້າ ຫວຽດນາມ - ບັງກະລາເທດ (ພາບ: congthuong.vn)

        ໃນວາລະປະຊຸມຄັ້ງທີ 2 ຂອງ ອະນຸກໍາມະການການຄ້າ ຫວຽດນາມ - ບັງກະລາເທດ ທີ່ໄດ້ດໍາເນີນໃນຕອນບ່າຍວັນທີ 27 ທັນວາ ຢູ່ຮ່າໂນ້ຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຜັນຂະຫຍາຍບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການແລກປ່ຽນການຄ້າສອງຝ່າຍ ລະຫວ່າງສອງປະເທດ ມຸ່ງໄປເຖິງບັນລຸລະດັບ 2 ຕື້ USD ໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີກະຊວງການຄ້າ ບັງກະລາເທດ Jafar Uddin ໃຫ້ຮູ້ວ່່າ: ບັງກະລາເທດ ຖືຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າທີ່ສໍາຄັນ ແລະ ສອງປະເທດຍັງຄົງມີກໍາລັງຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ. ລັດຖະບານ ບັງກະລາເທດ ມີແຜນນະໂຍບາຍເປີດກວ້າງບັນດາຂົງເຂດຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ... ກັບ ຫວຽດນາມ.

        ນະທີ່ນີ້, ສອງຝ່າຍ ໄດ້ປຶກສາຫາລືບັນດາການກໍານົດທິດ, ມາດຕະການເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ການສໍາຜັດ, ຮ່ວມມືຊ່ວຍໜູນເຊິ່ງກັນແລະກັນ ພ້ອມກັນພັດທະນາໃນບັນດາຂົງເຂດ ທີ່ທັງສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການຮ່ວມມືພັດທະນາ. ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາມາດຕະການເພື່ອຊ່ວຍບັນດາວິສາຫະກິດສອງປະເທດຍູ້ແຮງການແລກປ່ຽນການຄ້າ; ໃນນັ້ນມີເຂົ້າສານຂອງຫວຽດນາມ ສົ່ງອອກໄປຍັງບັງກະລາເທດ ຫຼື ມັນຝລັ່ງຂອງ ບັງກະລາເທດ ສົ່ງເຂົ້າຫວຽດນາມ... ພ້ອມທັງ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດສອງຝ່າຍເພີ່ມທະວີການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ