ຍູ້ແຮງການເຄື່ອນໄຫວບູຮານຄະດີວິທະຍາຢູ່ບໍລິເວນໝູ່ເກາະເຈືອງຊາ

  ຍູ້ແຮງການເຄື່ອນໄຫວບູຮານຄະດີວິທະຍາຢູ່ບໍລິເວນໝູ່ເກາະເຈືອງຊາ - ảnh 1
ບັນດາວັດຖຸພັນທີ່ຄົ້ນພົບໃໝ່ໃນສະໄໝປະຖົມບູຮານ

(vovworld)- ມີ​ການ​ຄົ້ນ​ພົບ​ໃໝ່​ຫຼາຍ​ຄັ້ງ​ແຕ່​ທ້າຍ​ປີ 2013 ຫາ​ຕົ້ນ​ປີ 2014 ​ໄດ້​ປະກອບສ່ວນ​ຢັ້ງຢືນ​ບັນດາ​ຜົນ​ງານ​ດ້ານ​ບູຮານ​ຄະດີ, ຢັ້ງຢືນ​ຄຸນຄ່າ​ວັດທະນະທຳ​ບັນດາ​ຮ່ອງ​ຮອຍສະຖານ​ບູຮານ​ຄະດີ​ວິທະຍາ, ພ້ອມ​ທັງ​ມີ​ວິທີ​ຮັກສາ​ຢ່າງ​ເໝາະ​ສົມ. ນີ້​ແມ່ນ​ຄຳ​ໃຫ້​ສັງ​ເກດ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ​ທີ່​ພິທີ​ອັດ​ກອງ​ປະຊຸມ​ປະກາດ​ບູຮານ​ຄະດີ​ຄັ້ງ​ທີ 49 ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ​ແລະ 26/9 ຢູ່​ຮ່າ​ໂນ້ຍ.

    ປີ 2014 ກໍ​ແມ່ນ​ປີ​ເປັນ​ຂີດ​ໝາຍ​ຂອງຂະ​ແໜງ​ບູຮານ​ຄະດີ​ວິທະຍາ​ຢູ່​ບໍລິ​ເວນ​ໝູ່​ເກາະເຈືອງ​ຊາ. ທ່ານ​ດຣ ບຸ​ຍວັນ​ລຽມ ຮອງ​ຫົວໜ້າ​ສະ​ຖາ​ບັນ​ບູຮານ​ຄະດີ​ວິທະຍາ​ໃຫ້​ຮູ້​ວ່າ ພາຍຫຼັງ​ດຳ​ເນີນ​ການ​ສຳ​ຫຼວດຢູ່​ບໍລິ​ເວນ​ 4 ​ເກາະ​ໃນ​ໝູ່​ເກາະ​ເຈືອງ​ຊາ ​ໄດ້​ພົບ​ເຫັນ​ເຄື່ອງ​ປັ້ນດິນ​ເຜົາ​ທີ່​ຂຶ້ນ​ກັບ​ພື້ນຖານ​ວັດທະນະທຳ​ຊາ​ຮີ່ງ ພ້ອມ​ກັບ​ເຄື່ອງ​ເຄືອບ​ຕ່າງໆ​ຜ່ານ​ບັນ​ດາ​ຍຸກ​ສະ​ໄໝ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຫວຽດນາມ, ຊຶ່ງ​ເປັນ​ການ​ຢັ້ງຢືນ​ວ່າ ຊາວ​ຫວຽດນາມ​ໄດ້​ດຳລົງ​ຊີວິດ​ຢູ່​ໝູ່​ເກາະ​ເຈືອງ​ຊາ​ແຕ່​ດຶກ​ດຳ​ບັນ ” . ທ່ານ​ດຣ ບຸ​ຍວັນ​ລຽມ ຮອງ​ຫົວໜ້າ​ສະ​ຖາ​ບັນ​ບູຮານ​ຄະດີ​ວິທະຍາ​ໃຫ້​ຮູ້​ວ່າ :

     “ ​ເອກະ​ສານ, ວັດຖຸ​ພັນ​ຕ່າງໆ​ເຫຼົ່ານັ້ນ ​ໄດ້​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຢັ້ງຢືນ​ອະທິປະ​ໄຕ​ຂອງ​ໝູ່​ເກາະ​ເຈືອງ​ຊາ​ ​ແຂວງ​ແຄ້ງ​ຮ່ວາ”

ຂ່າວ/ບົດ​ອື່ນ