ຍູ້ແຮງການໂຄສະນາກ່ຽວກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ


ຍູ້ແຮງການໂຄສະນາກ່ຽວກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ - ảnh 1
ກອງ​ປະ​ຊຸມສຳ​ມະ​ນາ​ກ່ຽວ​ກັບ​ການ​ອົບ​ຮົມ​ວຽກ​ງານ​ຖະ​ແຫຼງ​ຂ່າວ​ສຳ​ລັບ​ຕ່າງ ​ປະ​ເທດ, ໂຄ​ສະ​ນາ​ກ່ຽວ​ກັບ​ເຂດ​ທະ​ເລ​ໝູ່​ເກາະ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

(vovworld)- ຍູ້​ແຮງ​ການ​ໂຄ​ສະ​ນາ, ຍົກ​ສູງ​ລະ​ດັບ​ຄວາມ​ຮັບ​ຮູ້​ຂອງ​ຊາວ​ໜຸ່ມ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ. ສິ່ງນີ້​ໄດ້​ຮັບ​ການ​ຢື​ນ​ຢັນ​ຈາກ​ທ່ານ ເຈືອງ​ມິນ​ຕ້ວນ ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ໃນ​ກອງ​ປະ​ຊຸມສຳ​ມະ​ນາ​ກ່ຽວ​ກັບ​ການ​ອົບ​ຮົມ​ວຽກ​ງານ​ຖະ​ແຫຼງ​ຂ່າວ​ສຳ​ລັບ​ຕ່າງ​ປະ​ເທດ, ໂຄ​ສະ​ນາ​ກ່ຽວ​ກັບ​ເຂດ​ທະ​ເລ​ໝູ່​ເກາະ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/6 ຢູ່​ນະ​ຄອນ​ດານັ້ງ. ທ່ານ ເລ​ວັນ​ງຽມ ຫົວ​ໜ້າ​ກົມ​ຖະ​ແຫຼງ​ຂ່າວ​ສຳ​ລັບ​ຕ່າງ​ປະ​ເທດ ສັງ​ກັດ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : (ເທບ)

       “ ຫວຽດ​ນາມ​ພວມ​ເຊື່ອມ​ໂຍງເຂົ້າ​ກັບ​ສາ​ກົນ ແລະ ໄດ້​ວາງ​ອອກຫຼາຍ​ບັນ​ຫາ​ກ່ຽວ​ກັບ​ລະ​ດັບ​ຄວາມ​ຮັບ​ຮູ້​ດ້ານ​ແນວ​ຄິດ​ທີ່​ມີ​ຕໍ່​ລຸ່ນ​ໜຸ່ມ​. ນັບ​ແຕ່​ຕົ້ນ​ປີ​ມານີ້, ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຍັງຄົງ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ຊາວ​ໜຸ່ມ​ຫວຽດ​ນາມ​ຕ້ອງ​ຮັບ​ຮູ້​ໄດ້​ເຖິງ​ສະ​ພາບ​ການ​ຕົວ​ຈິງ, ເຂົ້າ​ຮ່ວມ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະຂອງ​ປະ​ເທດ​ຊາດ.  ”

 

ຂ່າວ/ບົດ​ອື່ນ