ຍູ້ແຮງປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ

ຍູ້ແຮງປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ - ảnh 1
(ທ່ານ​ນາງ​ອະ​ດີດ​ຮອງປະທານ​ປະ​ເທດ ຫງວຽນ​ທິບິ່ງ)

(vovworld) – ພິທີ​ສະ​ເຫຼີ​ມສະຫຼອ​​ງ 64 ປີ​ແຫ່ງ​ວັດ​ມູນ​ເຊື້ອ​ສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ (17/11/1950 – 17/11/2014). ດຳ​ເນີນ​ໄປ​​ໃນ​ຕອນ​ເຊົ້າ​ວັນ​ທີ 17/11, ຢູ່​ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ ຢືນຢັນ​ວ່າ, ​ໃນ​ຕະຫຼອດ​ໄລຍະ 64 ປີຜ່ານມາ, ​ພະນັກງານ​ປະຕິບັດ​ວຽກ​ງານ​ພົວພັນຕ່າງປະ​ເທດ​ປະ​ຊາ​ຊົນ​ລຸ່ນຕ່າງໆ ​ໄດ້​​ພ້ອມ​ກັບ​ກຳລັງ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ລັດ ຍາມ​ໃດ​ກໍ່​ສືບ​ທອດ​ແນວ​​ຄິດ​ພົວພັນ​ຕ່າງປະ​ເທດ​ໂຮ່ຈິ​ມິນ, ​ເສີມ​ຂະຫຍາຍ​ບົດ​ບາດ​ສຳຄັນ​ໃນ​ພາລະກິດ​ຕໍ່​ສູ້​ຍາດ​ເອົາ​ເອກະລາດ​ຊົນ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ​ໃນ​ໄລຍະ​ປະຈຸ​ບັນ, ຫວຽດນາມ ພວມ​ສູ້​ຊົນ​ຮອດ​ປີ 2020 ​ຈະກາຍ​ເປັນປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​​ໂດຍພື້ນຖານ. ​ໃນ​ສະພາບ​ການ​ນັ້ນ, ວຽກ​ງານເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ນັບ​ມື້​ນັບ​ໜັກໜ່ວງ​ກວ່າ.

        ​ເຂົ້າ​ຮ່ວມ ​ແລະ ​ໂອ້ລົມ​ກັບ​ພະນັກງານປະຕິບັດ​ວຽກງານພົວພັນ​ຕ່າງປະ​ເທດ​ປະຊາຊົນ, ທ່ານ​ນາງ​ອະ​ດີດ​ຮອງປະທານ​ປະ​ເທດ ຫງວຽນ​ທິບິ່ງ, ອະດີດ​ປະທານ​ສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ, ປະທານ​ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ​ຫວຽດນາມ ​ເນັ້ນ​ໜັກ​ວ່າ.

        “ປະຈຸ​ບັນ, ພວກ​ເຮົາ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ​ໄລຍະ​ໃໝ່ດ້ວຍ​ບັນດາ​ຈຸດ​ໃໝ່ ສະ​ນັ້ນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ ກໍ່​ຕ້ອງ​ສືບ​ທອດ​ບັນດາ​ບົດຮຽນ​ສຳຄັນ​ຂອງ​ໄລຍະ​ກ່ອນ​ນີ້, ພ້ອມ​ທັງ​ເພີ​່ມ​ເຕີມ, ​ເຮັດ​ແຈ້ງ​ໃນ​ໄລຍະ​ປະຈຸ​ບັນ. ບົດ​ຮຽນ​ທີ່​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ພວກ​ເຮົາ​ແມ່ນ ສະມັກ​ຄີ​ຊົນ​ຊາດ, ສາມັກ​ຄີ​ກັບ​ສາກົນ, ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ຍັງ​ຮັກສາ​ຄຸນຄ່າ​ເດີມ ​ແລະ ມີ​ຄວາມ​ໝາຍ​​ກວ່າ​ເວລາ​ໃດ​ໝົດ. ພວກ​ເຮົາ​ຕ້ອງ​ສ້າງສາຍພົວພັນ​​ທີ່​ກວ້າງ​ໃຫຍ່ກັບ​ສາກົນໃຫ້​ໄດ້, ​ເພື່ອ​ໃຫ້​ເຂົາ​ເຈົ້າສະ​ໜັບ​ສະ​ໜູນ​ພວກ​ເຮົາ​​ໃນ​ການປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ຊ່ວຍ​​ເຫຼືອ​ດ້ານບົດຮຽນ, ກໍ່​ຄື​ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ