ຍູ້ແຮງລັດຖະບານເອເລັກໂຕນິກໃນການປະຕິວັດອຸດສາຫະກຳຄັ້ງທີ 4

ຍູ້ແຮງລັດຖະບານເອເລັກໂຕນິກໃນການປະຕິວັດອຸດສາຫະກຳຄັ້ງທີ 4 - ảnh 1
​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ ກ່ຽວ​ກັບ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ 2017
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 5/4, ຢູ່​ຮ່າ​ໂນ້ຍ, ພະ​ແນກ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ ນະ​ຄອນຫຼວງ​ຮ່າ​ໂນ້ຍ ໄດ້​ສົມ​ທົບ​ກັບ​ກຸ່ມ​ບໍ​ລິ​ສັດ​ຖານ​ຂໍ້​ມູນ​ສາ​ກົນ IDG ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊາດ ກ່ຽວ​ກັບ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ 2017 ດ້ວຍ​ຫົວ​ຂໍ້ “ ພັດ​ທະ​ນາ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ​ໃນ​ໄລ​ຍະ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4: ວິ​ໄສ​ທັດ ແລະ ມາດ​ຕະ​ການ​ເຕັກ​ໂນ​ໂລ​ຊີ ”. ຫຼາຍ​ຄຳ​ເຫັນ​ຖື​ວ່າ: ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ໄລ​ຍະ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ໄດ້​ນຳ​ມາ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ຢ່າງ​ໃຫຍ່ຫຼວງຫຼາຍ​ທີ່​ສຸດ ແຕ່ກໍ່​ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ລັດ​ຖະ​ບານ ກໍ່​ຄື​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ ​ຄວນ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ຍົກ​ສູງ​ຄຸນ​ນະ​ພາບ​ ​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຊີກວ່າ​ອີກ; ສ້າງ​ຖານ​ຂໍ້​ມູນ, ໝູນ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ເໝາະ​ສົມ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ໄພ​ພິ​ບັດ​​ຄວາມ​ປອດ​ໄພໃຫ້​ທັນ​ການ ເມື່ອ​​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​​ພວມ​ຜັນ​ແປ​ນັບ​ມື້​ນັບ ​ສັບ​ສົນ​. ທ່ານ​ເລ​ຢຸງ, ຜູ້​ອຳ​ນວຍ​ການ​ ດຳ​ເນີນ​ທຸ​ລະ​ກິດ​ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ແກ້​ໄຂ​ຊ​ອັບ​ແວ ເຍິດ​ເກື່ອງ ຖື​ວ່າ

        “ກາ​ລະ​ໂອ​ກາດ​ໃຫ້​ແກ່​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ຍາມ​ໃດ​ກໍ່​ຕ້ອງ​​ລັດໜ້າ. ສິ່ງ​ທີ່​ພວກ​ເຮົາ​ອາດ​​ສາ​ມາດ​ລັດ​ໜ້າ​ ດີ​ທີ່​ສຸດ​ແມ່ນ ເຕັກ​ໂນ​ໂລ​ຊີ. ຊາວ​ຫວຽດ​ນາມ​ມີ​ທ່າ​ໄດ້​ປຽບ​ໃນ​ຂົງ​ເຂດນີ້​ພໍ​ສົມ​ຄວນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ​ກາ​ລະ​ໂອ​ກາດ​ໃຫຍ່​ຄື​ແນວນີ້ ແຕ່​ວ່າ​ວິ​ທີ​ການ​ປະ​ຕິ​ບັດ​ຄື​ແນວ​ໃດ ພັດ​ແມ່ນ​ບັນ​ຫາ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ຄວນ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ລະ​ບົບທີ່​ສຸດ ຈາກ​ລັດ​ຖະ​ບານ, ຈາກວິ​ສາ​ຫະ​ກິດ, ຈາກ​ປະ​ຊາ​ຊົນ​ ເພື່ອ​ສາ​ມາ​ດ​ໝູນ​ໃຊ້ບັນ​ດາ​ກາ​ລະ​ໂອ​ກາດນີ້​ໃຫ້​ດີ​ທີ່​ສຸດ”

        ຕາມ​ບົດ​ລາຍ​ງານ​ຈາກ​ສະ​ຫະ​ປະ​ຊາ​ຊາດ, ປະ​ຈຸ​ບັນ​ຫວຽດ​ນາມ​ຖືກ​ຈັດ​ຢູ່​ອັນ​ດັບ​ທີ 89 ໃນ​ຍອດຈຳ​ນວນ 193 ປະ​ເທດ​ໃນ​ໂລກ ກ່ຽວ​ກັບ​ ​ດັດ​ຊະ​ນີ​ ​ພັດ​ທະ​ນາ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ, ເພີ່ມຂຶ້ນ 10 ຂັ້ນ ເມື່ອ​ທຽບ​ໃສ່​ປີ 2014, ຢືນ​ອັນ​ດັບ​ທີ 6 ໃນ​ອາ​ຊຽນ ແລະ ກໍ່​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ ດັດ​ຊະ​ນີ​ພັດ​ທະ​ນາ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ​ສູງ​ຢ່າງ​ເປັນ​ທາງ​ການ.


ຕອບກັບ

ຂ່າວ/ບົດ​ອື່ນ