ຍູ້ໄວການຜັນຂະຫຍາຍແຜນຮ່າງປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບນັກຮົບ,ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ປະຈຸບັນ, ລະບົບນີ້ໄດ້ຮັບການອັບເດັດ, ເພີ່ມເຕີມ, ກວດກາລັກສະນະຊັດເຈນຂອງບັນດາຂໍ້ມູນຂ່າວສານ ແລະ ໂດຍກົມຜູ້ມີຄູນງາມຄວາມດີ (ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ) ຄຸ້ມຄອງ, ນຳໃຊ້.

ຕອນບ່າຍວັນທີ 20 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ກິມເຊີນ (ເມືອງຢາເລີມ, ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ໄປຖະຫວາຍທູບທຽນອາໄລຫາຕໍ່ຄຸນງາມຄວາມດີຂອງບັນດານັກຮົບວິລະຊົນ, ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ກວດກາ ວຽກງານຜັນຂະຫຍາຍແຜນຮ່າງປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ. ປະຈຸບັນ, ລະບົບນີ້ໄດ້ຮັບການອັບເດັດ, ເພີ່ມເຕີມ, ກວດກາລັກສະນະຊັດເຈນຂອງບັນດາຂໍ້ມູນຂ່າວສານ ແລະ ໂດຍກົມຜູ້ມີຄູນງາມຄວາມດີ (ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ) ຄຸ້ມຄອງ, ນຳໃຊ້.

        ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຢັ້ງຢືນວ່າ: ດ້ວຍການນຳໃຊ້ເຕັກໂນໂລຊີໃໝ່, ເຕັກໂນໂລຊີຂໍ້ມູນຂ່າວສານໃນການຮັບເອົາຂໍ້ມູນຂ່າວສານ, ບັນດາຮູບພາບ, ສຳເນົາເອກະສານກ່ຽວກັບຊື່, ນາມສະກຸນ, ແຜ່ນສີລາ, ທີ່ຕັ້ງ… ຈະໄດ້ຮັບການປຽບທຽບກັບສາງຂໍ້ມູນຂ່າວສານຂອງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ແລະ ກະຊວງປ້ອງກັນປະເທດ. ໃນອະນາຄົດ, ຂຸມຝັງສົບ, ສຸສານຂອງນັກຮົບເສຍສະຫຼະຊີວິດທຸກໆຄົນບໍ່ວ່າຢູ່ບ່ອນໃດ, ສະຖານທີ່ໃດກໍ່ລ້ວນແຕ່ຈະມີຂໍ້ມູນຂ່າວສານ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ປະຊາຄົມວິສາຫະກິດຮ່ວມແຮງຮ່ວມໃຈໃນບັນດາການເຄື່ອນໄຫວເພື່ອການກຸສົນ, ຕອບບຸນແທນຄຸນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ