ດຶງດູດການລົງທຶນຂອງຍີ່ປຸ່ນເຂົ້າເຂດທົ່ງພຽງແມ່ນ້ຳຂອງ

ດຶງດູດການລົງທຶນຂອງຍີ່ປຸ່ນເຂົ້າເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ພາບປະກອບ

(vovworld) – ຄະນະ​ຜູ້​ແທນ​ວິ​ສາ​ຫະກິດອັນ​ດັບ​ໜຶ່ງ​ຂອງ ຍີ່ປຸ່ນ ​40 ຄະນະຈະ​ມາຢ້ຽມຢາມ, ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ລ້ຽງ​ປູກ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງປ່າ​ຂອງ​ດົ່ງ, ສິນ​ໃນ​ນ້ຳ​ຢູ່​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ໃນ​ຕົ້ນ​ອາທິດ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັ​ດວຽກ​ກັບ​ການ​ນຳ​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ ​ໃນ​ຕອນ​ເຊົ້າວັນ​ທີ 15/4, ທ່ານ ຫງວຽນຟອງ​ກວາງ, ຮອງຫົວໜ້າ​ຄະນະ​ປະຈຳຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ໃຫ້​​ບັນດາ​ແຂວງ, ນະ​ຄອນ​​ໃນ​ເຂດ ​​ແນະ​ນຳ, ດຶງ​ດູດ​ການ​ລົງທຶນ. ດັ່ງ​ນັ້ນ, ນັບ​ແຕ່​ປະຈຸ​ບັນ, ​ແຕ່ລະ​ທ້ອງ​ຖີ່​ນຕ້ອງ​ຮີບ​ເຮັ່ງ​ເລືອກ​ເຟັ້ນ 1 – 2 ​​ໂຄງການ​ດີ​ເດັ່ນ​ເພື່ອ​ແນະນຳ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຊອກ​ຮູ້. ບັນດາ​ທ້ອງ​ຖີ່​ນ, ວິ​ສາ​ຫະກິດ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຍີ່ປຸ່ນ ມາ​ຢ້ຽມຢາມ, ຊອກ​ຫາ​ກາລະ​ໂອກາດ​ລົງທຶນ ຕ້ອງກະກຽມ​ບັນດາ​ຂໍ້​ມູນ​ຂ່າວ​ຈຳ​ເປັນ​ກ່ຽວ​ກັບ​ບັນດາ​ໂຄງການ​ຮຽກ​ຮ້ອງ​ການ​ລົງທຶນຢ່າງ​ລອບ​ຄອບ​ຖີ່​ຖ້ວນ.

    ຕາມ​ແຜນການ​ແລ້ວ, 40 ວິ​ສາ​ຫະກິດ ຍີ່ປຸ່ນ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຢູ່​ນະຄອນ ​ເກີນ​ເທີ ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ເປັນ​ປະທານ​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ແນະນຳ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ ​ແລະ ຄວາມ​ສາມາ​ດບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ​ລະຫວ່າງ ຍີ່ປຸ່ນ ​ແລະ ບັນດາ​​ແຂວງ, ນະຄອນ​ເຂ​ດທົ່ງພຽງ​ແມ່​ນ້ຳຂອງ, ຫຼັງ​ຈາກ​ນັ້ນ​ຈະ​ໄປ​ສຳ​ຫຼວດ, ຊອກ​ຮູ້​ສະພາບ​ການ​ຕົວ​ຈິງ​ຢູ່​ວິ​ສາ​ຫະກິດ​ດີ​ເດັ່ນ​ຈຳນວນ​ໜຶ່ງຢູ່​ນະຄອນ ​ເກີນ​ເທີ, ​ແຂວງ ​ເຮົ້າ​ຢາງ, ດົ່ງ​ທາ​ບ ​ແລະ ຫວີງ​ລອງ.

 


ຂ່າວ/ບົດ​ອື່ນ