ດົ່ງນາຍດຶງດູດເງິນລົງທຶນ ໂດຍກົງຈາກຕ່າງປະເທດ ໄດ້ກ່ວາ 700 ລ້ານ USD

ດົ່ງນາຍດຶງດູດເງິນລົງທຶນ ໂດຍກົງຈາກຕ່າງປະເທດ ໄດ້ກ່ວາ 700 ລ້ານ USD - ảnh 1

ເຂດ​ອຸດສາຫະກຳ​ຢູ່​ດົ່ງ​ນາຍ

(ພາບ:khudothimoi.com)

(vovworld)-​  ​​ໄລ່​ຮອດ​ທ້າຍ​ເດືອນ 7/2013, ຍອດ​ຈຳນວນ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ (FDI) ຊື່ງ​ດົ່ງ​ນາຍ ​ດຶງດູດມາ​ໄດ້​ແມ່ນ​ເກືອບ 710 ລ້ານ  USD. ການ​ສະ​ຖະຕິ​ໃຫ້​ເຫັນ​ວ່າ​ມີ 42 ​ໂຄງການ​ໄດ້​ສະໜອງ​ໃຫ່ມດ້ວຍຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ກ່ວາ 340 ລ້ານ  USD ​ແລະ 39 ​ໂຄງການ​ເພີ່ມ​ທຶນຕື່ມອີກ​ດ້ວຍ​ຍອດ​ຈຳນວນ​ທຶນ​ເພີ່ມ​ແມ່ນ​ເກື​ອບ 370 ລ້ານ USD. ຕາມ​ຄະນະ​ຄຸ້ມ​ຄອງບັນດາ​ເຂດ​ອຸດສາຫະກຳ​ຢູ່ 31 ​ເຂດ​ອຸດສາຫະກຳ​ໃນ​ແຂວງ, ມີ 39 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໄດ້ລົງທຶນ​ເຂົ້າດົ່ງ​ນາຍ. ນັບ​ແຕ່​ດົ່ງ​ນາຍ ​ເປີດ​ປະຕູ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ມາ​ຮອດ​ປະຈຸ​ບັນ, ມີ​ກ່ວາ 70 ​ໂຄງການ​​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ຖືກ​ຢຸດຕິ​ການ​ເຄື່ອນ​ໄຫວ​ດ້ວຍຍອດ​ຈຳນວນ​ເງິນ​ລົງທຶນ​ຈົດ​ທະບຽນ​ກ່ວາ 250 ລ້ານ USD, ກວມ​ເກືອບ 7% ຈຳນວນ​ໂຄງການ​ໄດ້​ຈົດ​ທະບຽນ. ຕາມ​ການ​ຕີ​ລາຄາ​ແລ້ວ, ຈຳນວນ​ທຶນ​ຂອງ​ບັນດາ​ໂຄງການຖືກ​ຢຸດ​ຕິການ​ເຄື່ອນ​ໄຫວ​ນີ້ ກວມ​ອັດຕາ​ສ່ວນ​ໜ້ອຍ​ພໍ​ສົມຄວນ ​ເມື່ອ​ທຽບ​ໃສ່​ຍອດ​ຈະ​ນວນ​ເງິນ​ລົງທຶນ​ຈົດ​ທະບຽນ​ທີ່​ຍັງ​ມີ​ຜົນ​ສັກສິດ​ໃນ​ປະ​ຈຸ​ບັນ​ຂອງ​ກຸ່ມ​ວິ​ສາ​ຫະກິດ FDI ​ໃນ​ບໍລິ​ເວນ​ແຂວງ​ດົ່ງ​ນາຍ.

 

ຂ່າວ/ບົດ​ອື່ນ