ດິນ​ເຊາະ​ເຈື່ອນ​ເກີດ​ຂຶ້ນ​ຢູ່ ມາ​ເລ​ເຊຍ: ກຳ​ລັງ​ກູ້​ໄພ​ກູ້​ຊີບ​ພວມ​ແຂ່ງ​ກັບ​ເວ​ລາ​ເພື່ອ​ຊອກ​ຫາ​ຜູ້​ຕິດ​ຄ້າງ​ປະ​ມານ 100 ຄົນ

(VOVWORLD) -ກຳລັງເຈົ້າໜ້າທີ່ກູ້ໄພກູ້ຊີບ ພວມແຂ່ງກັບເວລາເພື່ອຊອກຜູ້ປະສົບເຄາະຮ້າຍທີ່ຢູ່ກ້ອງດິນນັ້ນ.

ວັນທີ 16 ທັນວາ, ອົງການເຈົ້າໜ້າທີ່ດັບເພີງ ແລະ ກູ້ໄພກູ້ຊີບ ຢູ່ ມາເລເຊຍ ໃຫ້ຮູ້ວ່າ ມີຜູ້ຕິດຄ້າງໃນເຫດດິນເຊາະເຈື່ອນ ທີ່ເກີດຂຶ້ນຢູ່ເຂດຕັ້ງຄ້າຍ ຢູ່ລັດ Selangor, ຊານນະຄອນຫຼວງ Kuala Lumpur ຂອງ ປະເທດນີ້. ມີຜູ້ປະສົບເຄາະຮ້າຍ ຢ່າງໜ້ອຍສຸດ 37  ຄົນໄດ້ຮັບການກູ້ຊ່ວຍຊີວິດແລ້ວ. ກຳລັງເຈົ້າໜ້າທີ່ ມາເລເຊຍ ໄດ້ຮັບໂທລະສັບສາຍດ່ວນຮ້ອງຂໍຄວາມຊ່ວຍເຫຼືອໃນຕອນເຊົ້າມື້ນີ້. ດິນເຊາະເຈື່ອນເກີດຂຶ້ນຢູ່ໃກ້ກັບຟາມແຫ່ງໜຶ່ງ ແລະ ເຈື່ອນລົງໄປເຂດຕັ້ງຄ້າຍ. ຄາດວ່າ ປະລິມານດິນເຊາະເຈື່ອນຈາກຄວາມສູງປະມານ 30 ແມັດ ໄດ້ຖົມທົ່ວພື້ນທີ່ປະມານ 0,4 ເຮັກຕາຂອງເຂດຕັ້ງຄ້າຍເຫຼົ່ານັ້ນ. ກຳລັງເຈົ້າໜ້າທີ່ກູ້ໄພກູ້ຊີບ ພວມແຂ່ງກັບເວລາເພື່ອຊອກຜູ້ປະສົບເຄາະຮ້າຍປະມານ 100 ຄົນທີ່ຢູ່ກ້ອງດິນນັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ