ດ່ານັ້ງ ກວດກາຄືນວຽກງານຈັດເວທີປາໄສພັດທະນາສາຍການບິນອາຊີ 2022 ໃນເດືອນ ມິຖຸນາ ຈະມາເຖິງ

(VOVWORLD) -ໄລ່ຮອດວັນທີ 05 ພຶດສະພາ, ມີຜູ້ທ່ານກວ່າ 400 ທ່ານທີ່ມາຈາກ 155 ອົງການຈັດຕັ້ງ, ຫົວໜ່ວຍ ຈົດທະບຽນເຂົ້າຮ່ວມເວທີປາໄສ.
ດ່ານັ້ງ ກວດກາຄືນວຽກງານຈັດເວທີປາໄສພັດທະນາສາຍການບິນອາຊີ 2022 ໃນເດືອນ ມິຖຸນາ ຈະມາເຖິງ - ảnh 1(ພາບປະກອບ)

ຕອນບ່າຍວັນທີ 05 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ຈັດກອງປະຊຸມກວດກາຄືນວຽກງານກະກຽມໃຫ້ແກ່ເວທີປາໄສພັດທະນາສາຍການບິນອາຊີ 2022 ໃນເດືອນ ມິຖຸນາ ຈະມາເຖິງ. ນີ້ແມ່ນເຫດການສຳຄັນສຳລັບນະຄອນ ດ່ານັ້ງ ໃນການຟື້ນຟູການທ່ອງທ່ຽວ, ປະກອບສ່ວນເປີດສາຍການບິນໃໝ່, ຊຸກຍູ້ການຮ່ວມມືລົງທຶນກັບບັນດາວິສາຫະກິດການບິນໃນໂລກ.

        ຕາມບົດລາຍງານຂອງພະແນກທ່ອງທ່ຽວນະຄອນ, ໄລ່ຮອດວັນທີ 05 ພຶດສະພາ, ມີຜູ້ທ່ານກວ່າ 400 ທ່ານທີ່ມາຈາກ 155 ອົງການຈັດຕັ້ງ, ຫົວໜ່ວຍ ຈົດທະບຽນເຂົ້າຮ່ວມເວທີປາໄສ. ດ່ານັ້ງ ພວມຜັນຂະຫຍາຍວຽກງານກະກຽມ ແລະ ຄາດວ່າຈະສຳເລັດກ່ອນວັນທີ 25 ພຶດສະພາ ຈະມາເຖິງ. ທ່ານ ເຈິ່ນເຟືອກເຊີນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຢືນຢັນວ່າ, ນີ້ແມ່ນເຫດການມີຄວາມໝາຍສຳຄັນໃນວຽກງານການຕ່າງປະເທດ ກໍຄືການພັດທະນາຂະແໜງທ່ອງທ່ຽວທາງນະຄອນ, ຍ້ອນເຫດນັ້ນ, ດ່ານັ້ງ ຕ້ອງກະກຽມບັນດາເງື່ອນໄຂໃຫ້ເປັນຢ່າງດີ ເພື່ອໃຫ້ເວທີປາໄສພັດທະນາສາຍການບິນອາຊີ 2022 ດຳເນີນໄປດ້ວຍຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ