ດານັ້ງສ້າງເງື່ອນໄຂໃຫ້ຊາວໜູ່ມສ້າງອາຊີບ

ດານັ້ງສ້າງເງື່ອນໄຂໃຫ້ຊາວໜູ່ມສ້າງອາຊີບ - ảnh 1
ການ​ພົບ​ປະສົນ​ທະ​ນາກັບ​ຊາວ​ໜຸ່ມ

(vovworl)- ຕອ​ນເຊົ້າ​ວັນ​ທີ 29/3, ຜູ້​ຕາງ​ໜ້າ​ການ​ນຳ​ນະ​ຄອນ​ດານັ້ງ​ໄດ້​ດຳ​ເນີນ​ການ​ພົບ​ປະສົນ​ທະ​ນາກັບ​ຊາວ​ໜຸ່ມ​ເພື່ອ​ຮັບ​ຟັງ​ຄວາມ​ໃນ​ໃຈ, ແລກ​ປ່ຽນ​ຄຳ​ເຫັນ ແລະ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ບັນ​ດາ​ເພື່ອນ​ໜຸ່ມ​ໃນ​ວິ​ວັດ​ການ​ສ້າງ​ອາ​ຊີບ. ທ່ານ ໂຮ່​ກີ​ມິນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດານັ້ງ ໃຫ້​ຮູ້​ວ່າ :

        “ ຕົ້ນ​ເດືອນ 3 , ການ​ນຳ​ນະ​ຄອນ​ໄດ້​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ສ້າງ​ອາ​ຊີບ, ໃນ​ນັ້ນ ຈະ​ສະ​ຫງວນ​ແຫຼ່ງ​ງົບ​ປະ​ມານ​ເພື່ອ​ສ້າງ​ຕັ້ງ​ກອງ​ທຶນ​ໜູນ​ຊ່ວຍ​ສ້າງ​ອາ​ຊີບ. ພ້ອມ​ກັນ​ນັ້ນ, ທາງ​ນະ​ຄອນ​ກໍ​ພວມ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ອົງ​ການ​ສາ​ກົນ, ບັນ​ດາ​ນັກ​ອຸ​ປະ​ຖ​ຳ​ເພື່ອ​ສ້າງ​ຕັ້ງ​ບັນ​ດາ​ກອງ​ທຶນ​ພະ​ຈົນ​ໄພ​ເພື່ອ​ຫນູນ​ຊ່ວຍ, ອຸ​ປະ​ຖ​ຳ​ແຫຼ່ງ​ທຶນ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ສ້າງ​ອາ​ຊີບ​ໃນ​ບໍ​ລິ​ເວນ​ນະ​ຄອນ ”

ຕອບກັບ

ຂ່າວ/ບົດ​ອື່ນ