ດາວທຽມ MicroDragon ໂດຍຊາວ ຫວຽດນາມ ອອກແບບຈະຖືກຍິງຂຶ້ນສູ່ວົງໂຄຈອນຢູ່ ຍີ່ປຸ່ນ

(VOVWORLD) - ວັນທີ 30 ພະຈິກ, ອົງການຄົ້ນຄວ້າ ແລະ ພັດທະນາການບິນອາວະກາດ ຍີ່ປຸ່ນ (JAXA) ປະກາດວ່າ: 

ວັນທີ 17 ມັງກອນ 2019, ດາວທຽມ MicroDragon ຂອງ ຫວຽດນາມ ພ້ອມກັບດາວທຽມອື່ນ 6 ເຄື່ອງຂອງ ຍີ່ປຸ່ນ ຈະໄດ້ຍິງຂຶ້ນສູ່ວົງໂຄຈອນດ້ວຍລູກສອນໄຟ Epsilon ເລກ 4 ຢູ່ສູນອາວະກາດ Uchinoura, ຍີ່ປຸ່ນ.

        ດາວທຽມ MicroDragon ນອນໃນຂອບເຂດຂອງໂຄງການສູນອາວະກາດ ຫວຽດນາມ. MicroDragon ໄດ້ຮັບການພັດທະນາຂຶ້ນໂດຍນັກຄົ້ນຄວ້າ 36 ຄົນ (ແມ່ນບັນດາພະນັກງານຄົ້ນຄວ້າຂອງສູນອາວະກາດ ຫວຽດນາມ ຂຶ້ນກັບສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ທີ່ພວມຄົ້ນຄວ້າຢູ່ບັນດາມະຫາວິທະຍາໄລແຖວໜ້າຂອງ ຍີ່ປຸ່ນ. ດາວທຽມ MicroDragon ມີໜ້າທີ່ຖ່າຍຮູບຕິດຕາມຄຸນນະພາບນ້ຳທະເລແຄມຝັ່ງ ເພື່ອຮັບໃຊ້ໃຫ້ແກ່ຂະແໜງຫາປາ, ປູກລ້ຽງສິນໃນນ້ຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ