ດ່າໜັງແລະນະຄອນໂຮ່ຈີມິນຕ້ອບສະໜອງວັນYogaສາກົນ

ດ່າໜັງແລະນະຄອນໂຮ່ຈີມິນຕ້ອບສະໜອງວັນYogaສາກົນ - ảnh 1
(ພາບປະກອບ)

(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 19/06 ຢູ່ສວນສາທາລະນະ​ທະ​ເລ ຟ້າ​ມວັນ​ດົ່ງ ນະຄອນ​ ດ່າ​ໜັງ, ມີ​ 500 ກ່ວາຄົນ​ເຂົ້າ​ຮ່ວມການສະ​ແດງ Yoga ​ ເພື່ອຕ້ອບສະໜອງ​ວັນ Yoga ສາກົນ​ຄັ້ງ​ທີ 2 ​ໂດຍ​ສະຫະ​ສະມາ​ຄົມ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ສົມທົບ​ກັບ​ສະຖານທູດ ອິນ​ເດຍ ປະຈຳ ຫວຽດນາມ ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ການສະ​ແດງ Yoga ລວມມີ​ບັນດາ​ຄູ​ເຝິກ​, ສະມາຊິກ​ໃນ​ບັນດາ​ສະ​ໂມ​ສອນ Yoga ພ້ອມ​ກັບ​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ນະຄອນ ດ່າ​ໜັງ ​ເປັນຈຳນວນ​ຫລວງຫລາ​ຍ. ທ່ານ Parvathaneni Harish ​ເອກ​ອັກ​ຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ຈັດ​ຕັ້ງ​ວັນ Yoga ສາກົນ​ຢູ່ ຫວຽດນາມ. ກ່ອນ​ໜ້າ​ນັ້ນ ວັນ​ທີ 18/06 ຢູ່​ໂຮງຫກິລາ ​ໂຮ່ຊວນ​ເຮືອງ ນະຄອນ ​ໂຮ່ຈີ​ມິນ ກໍ່​ດຳ​ເນີນ​ວັນ Yoga ສາກົນ​ຄັ້ງ​ທີ 2.

 

ຂ່າວ/ບົດ​ອື່ນ