ດຳເນີນການເຄື່ອນໄຫວເດືອນຊາວໜຸ່ມປີ 2016

   ດຳເນີນການເຄື່ອນໄຫວເດືອນຊາວໜຸ່ມປີ 2016 - ảnh 1
​ການ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມປີ 2016


(vovworld)- ພິ​ທີ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມປີ 2016 ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/2 ຢູ່​ແຂວງວິ້ງ​ຟຸກ, ດ້ວຍ​ຫົວ​ເລື່ອງ: “ ເອກ​ອ້າງ​ທະ​ນົງ​ໃຈ​ໄວ​ໜຸ່ມ​ຍຸກ​ສະ​ໄໝ​ໂຮ່​ຈິ​ມິນ ” ຊຶ່ງມີການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ ໄວ​ໜຸ່ມ 3 ພັນ​ຄົນ. ບັນ​ດາ​ ການ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມປີ 2016 ຖືກ​ຜັນ​ຂະ​ຫຍາຍ​ຕາມ​ສັບ​ປະ​ດາ​ດ້ວຍ 4 ຫ​ົວ​ເລື່ອງເຊັ່ນ: “ ອາ​ຊີບ, ວຽກ​ເຮັດ​ງານ​ທຳ ”, “ ສິ່ງ​ແວດ​ລ້ອມ​ຂຽວ ”, “ ການ​ຫນູນ​ຊ່ວຍ​ສັງ​ຄົມ ” ແລະ “ ສະ​ເຫຼີມ​ສະຫຼອງວັນ​ສ້າ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມ ”. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ດັ່ງ​ກ່າວ, ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ກ່າວ​ວ່າ :

    “ ຂ້າ​ພະ​ເຈົ້າ​ສະ​ເໜີບັນ​ດາ​ກະ​ຊວງ, ຂະ​ແໜງການ, ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ ຄວນ​ເອົາ​ໃຈ​ໃສ່ຫຼາຍກວ່າ​ອີກ​ເຖິງ​ບົດ​ບາດ​ນຳ​ພາ ກຳ​ນົດ​ທິດ, ສ້າງເງື່ອນ​ໄຂ​ເພື່ອ​ໃຫ້​ຄະ​ນະ​ຊາວ​ໜຸ່ມ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ ການ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມເວົ້າສະ​ເພາະ ແລະ ໃນ​ວຽກ​ງານ​ຊາວ​ໜຸ່ມ​ເວົ້າ​ລວມ. ຂ້າ​ພະ​ເຈົ້າ​ຝາກ​ຄວາມ​ຫວັງ​ຕໍ່​ບັນ​ດາ​ຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ​ໃນເດືອນ​ຊາວ​ໜຸ່ມປີ 2016 ມີ​ສ້າງ​ຂີດ​ໝາຍ​ໃໝ່ຫຼາຍ​ຢ່າງ ແລະ ບັນ​ລຸ​ບັນ​ດາ​ໝາກ​ຜົນ​ອັນ​ດີ​ງາມ ”

ຂ່າວ/ບົດ​ອື່ນ