ຕີລາຄາສະພາບຕົວຈິງການປະຕິບັດ ຍຸດທະສາດການສ້າງລະບົບກົດໝາຍໃຫ້ສົມບູນແບບ

ຕີລາຄາສະພາບຕົວຈິງການປະຕິບັດ ຍຸດທະສາດການສ້າງລະບົບກົດໝາຍໃຫ້ສົມບູນແບບ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ
ຫົວ​ໜ້າຄະ​ນະ​ຊີ້​ນຳ​ການ​ສະຫຼຸບ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກົມ​ການ​ເມືອງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ກາ​ນ​ສ້າງ​ ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບ​ເຖິງ​ປີ 2020, ກຳ​ນົດ​ທິດ​ເຖິງ​ປີ 2020

(vovworld)- ຄະ​ນະ​ຊີ້​ນຳ​ການ​ສະຫຼຸບ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກົມ​ການ​ເມືອງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ກາ​ນ​ສ້າງ​ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບ​ເຖິງ​ປີ 2020, ກຳ​ນົດ​ທິດ​ເຖິງ​ປີ 2020 ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ໃນ​ຕອນ​ບ່າຍ​ວັນ​ທີ 14/4 ຢູ່​ຮ່າ​ໂນ້ຍ ເພື່ອ​ຕີ​ລາ​ຄາ​ສະ​ພາບ​ຕົວ​ຈິ​ງ​ຂອງ​ການ​ປະ​ຕິ​ບັດ ຍຸດ​ທະ​ສາດ​ກາ​ນ​ສ້າງ​ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບໃນ 10 ປີ​ທີ່​ຜ່ານ​ມາ.

    ສະຫຼຸບກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ສະຫຼຸບ, ຖື​ວ່າ ກາ​ນ​ສ້າງ​ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບ ແມ່ນ​ມີ​ບົດ​ບາດ​ສຳ​ຄັນ​ພິ​ເສດ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ດັ່ງ​ນັ້ນ, ບົດ​ລາຍ​ງານ​ສະຫຼຸບ​ຄວນ​ຕ​ິດ​ແທດ​ຂັ້ນ​ຮາກ​ຖານ, ທ້ອງ​ຖິ່ນ ແລະ ພຶດ​ຕິ​ກຳ​ຮາກ​ຖານ. ບັນ​ດາ​ສ່ວນ​ບຸກ​ຄົນ, ຫົວ​ໜ່ວຍ​ທີ່​ໄດ້​ຮັບ​ມອບ​ໝາຍ, ຄວນ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວິ​ວັດ​ການ​ສັງ​ລວມ​ບົດ​ລາຍ​ງານ​ເພື່ອ​ສ​ຳ​ເລັດ​ຮ່າງ​ບົດ​ລາຍ​ງານ​ສະຫຼຸບ ຍືນ​ສະ​ເໜີ​ຕໍ່​  ກົມ​ການ​ເມ​ືອງໃຫ້​ຄຳ​ເຫັນ​ໃນ​ເດືອນ 12/2015.
ຂ່າວ/ບົດ​ອື່ນ