ຕວກກີ ຄັດຄ້ານ ການເຄື່ອນໄຫວລາດຕະເວນຮ່ວມລະຫວ່າງ ອາເມລິກາ ກັບ ຊາວ Kurd

(VOVWORLD) -ວັນທີ 06 ພະຈິກ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ຄັດຄ້ານຕໍ່ການເຄື່ອນໄຫວລາດຕະເວນຮ່ວມລະຫວ່າງ ອາເມລິກາ ແລະ ບັນດາກໍາລັງປະຊາທິປະໄຕ ຊີຣີ ຊາວ Kurd (SDF) ຢູ່ໃກ້ກັບຊາຍແດນຕວກກີ - ຊີຣີ, ຢັ້ງຢືນການກະທໍານີ້ແມ່ນບໍ່ສາມາດຍອມຮັບໄດ້.

ທ່ານປະທານາທິບໍດີ Erdogan ໃຫ້ຮູ້ວ່າ ທ່ານຈະປຶກສາຫາລືກ່ຽວກັບບັນຫາດັ່ງກ່າວໃນການພົບປະກັບທ່ານປະທານາທິບໍດີ Donald Trump  ໃນທ້າຍອາທິດ, ພ້ອມທັງຫວັງວ່າ ອາເມລິກາ ຈະຢຸດຕິການເຄື່ອນໄຫວດັ່ງກ່າວ. ຕາມການນໍາຕວກກີແລ້ວ, ເລື່ອງ ອາເມລິກາ ແລະ SDF ດໍາເນີນການລາດຕະເວນຮ່ວມ ຈະກໍ່ໃຫ້ເກີດ “ບັນດາການຜັນແປບໍ່ດີທີ່ຮ້າຍແຮງ” ຢູ່ລຽບຕາມເຂດຊາຍແດນ ລະຫວ່າງຕວກກີ ແລະ ຊີຣີ.

        ການເຄື່ອນໄຫວລາດຕະເວນດັ່ງກ່າວ ໄດ້ເລີ່ມດໍາເນີນແຕ່ອາທິດກ່ອນ ຢູ່ພາກເໜືອ ຊີຣີ, ດ້ວຍຈຸດປະສົງແມ່ນສະກັດກັ້ນບັນດາການປະທະກັນລະຫວ່າງ ຕວກກີ ແລະ ບັນດາສໍາພັນທະມິດ ຊາວ Kurd ຂອງ ວໍຊິງຕັນ, ແຕ່ ອານກາຣາ ຍັງຄົງສືບຕໍ່ນາບຂູ່ດໍາເນີນການບຸກໂຈມຕີຄັ້ງໃໝ່ ເພື່ອແນໃສ່ທັບມ້າງກໍາລັງຊາວ Kurd.


ຕອບກັບ

ຂ່າວ/ບົດ​ອື່ນ