ຕວກກີ: ປະທານາທີບໍດີ Erdogan ຮຽກຮ້ອງດຳເນີນການເລືອກຕັ້ງຂັ້ນທ້ອງຖິ່ນຄືນໃໝ່

(VOVWORLD) -ວັນທີ 04 ພຶດສະພາ, ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ຢືນຢັນວ່າ, ໄຊຊະນະຂອງຝ່າຍຄ້ານຢູ່ Istanbul ໃນການເລືອກຕັ້ງຂັ້ນທ້ອງຖິ່ນຜ່ານມາ ໄດ້ຖະແຫຼງວ່າບໍ່ຖືກຕ້ອງ, ພ້ອມທັງຮຽກຮ້ອງໃຫ້ດຳເນີນການເລືອກຕັ້ງນີ້ຄືນໃໝ່.

ຕວກກີ: ປະທານາທີບໍດີ Erdogan ຮຽກຮ້ອງດຳເນີນການເລືອກຕັ້ງຂັ້ນທ້ອງຖິ່ນຄືນໃໝ່ - ảnh 1 ທ່ານປະທານາທິບໍດີຕວກກີ Recep Tayyip Erdogan

(ພາບປະກອບ:  THX/TTXVN)

ຄຳຖະແຫຼງຂອງທ່ານ Erdogan ພວມເພີ່ມທະວີຄວາມກົດດັນສຳລັບສະພາເລືອກຕັ້ງສູງສຸດຂອງປະເທດນີ້. ໃນບົດກ່າວປາໄສທີ່ກອງປະຊຸມການນຳວົງການວິສາຫະກິດ, ທ່ານ Erdogan ເວົ້າວ່າ: “ເປັນທີ່ຈະແຈ້ງແລ້ວວ່າ, ມີບັນດາປັດໃຈຜິດປົກກະຕິ ແລະ ມີການສໍ້ລາດບັງຫຼວງ. ເລື່ອງສະພາເລືອກຕັ້ງແຫ່ງຊາດ (YSK) ສາມາດເຮັດແຈ້ງບັນດາສິ່ງດັ່ງກ່າວ ຈະຊ່ວຍແກ້ໄຂບັນດາຄວາມເປັນຫ່ວງເປັນໄຍຂອງປະຊາຊົນໄດ້”.

        ຕາມແຜນການ, YSK ຈະຈັດກອງປະຊຸມໃນວັນທີ 06 ພຶດສະພາ ເພື່ອພິຈາລະນາຂໍ້ສະເໜີຂອງພັກຍຸຕິທຳ ແລະ ພັດທະນາກຳອຳນາດຂອງທ່ານປະທານາທີບໍດີ Erdogan.

ຕອບກັບ

ຂ່າວ/ບົດ​ອື່ນ