ຕວກ​ກີ ຢາກ​ມີ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຕິດ​ຕາມກວດ​ກາ​ຂໍ້​ຕົກ​ລົງ​ຢຸດ​ຍິງ ຕື່ມ​ອີກ

(VOVWORLD) -    ວັນທີ 25 ພະຈິກ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan  ໃຫ້ຮູ້ວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin.
ຕວກ​ກີ ຢາກ​ມີ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຕິດ​ຕາມກວດ​ກາ​ຂໍ້​ຕົກ​ລົງ​ຢຸດ​ຍິງ ຕື່ມ​ອີກ - ảnh 1ທ່ານປະທານາທິບໍດີ ຕວກກີ Tayyip Erdogan (ພາບ:  AFP/TTXVN)

ວັນທີ 25 ພະຈິກ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan  ໃຫ້ຮູ້ວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin  ໃນນັ້ນ, ໄດ້ປຶກສາຫາລືກ່ຽວກັບຄວາມອາດສາມາດໃນການເພີ່ມທະວີຄວາມມານະພະຍາຍາມຮັກສາຄຳສັ່ງຢຸດຍິງຢູ່ພາກພື້ນ Nagorno – Karabakh, ຕາມນັ້ນແລ້ວ ຈະມີປະເທດອື່ນໆໃນພື້ນພາກເຂົ້າຮ່ວມຕື່ມອີກ. ເຖິງຢ່າງໃດກໍຕາມ, ທ່ານ Tayyip Erdogan  ບໍ່ໄດ້ເວົ້າລາຍລະອຽດແມ່ນປະເທດໃດແດ່.

        ກ່ອນໜ້ານັ້ນ, ວັງ Kremlin ໃຫ້ຮູ້ວ່າ ໃນການເຈລະຈາ ໃນວັນທີ 23 ພະຈິກ ຜ່ານມາ, ທ່ານປະທານາທິບໍດີ Putin ແລະ ຄູ່ຕຳແໜ່ງ ຕວກກີ Tayyip Erdogan  ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການສ້າງຕັ້ງສູນຕິດຕາມກວດກາການປະຕິບັດຄຳສັ່ງຢຸດຍິງຂອງສອງປະເທດຢູ່ເຂດເກີດການປະທະກັນ ລະຫວ່າງ ອາເຊັກໄບຢານ ແລະ ອາກເມເນຍ. ການນໍາສອງປະເທດ ຕ່າງກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາຂໍ້ຕົກລົງຢຸດຍິງຢ່າງຮອບດ້ານ ເພື່ອຮັບປະກັນສະຖຽນລະພາບ ແລະ ການດຳລົງຊີວິດເປັນປົກກະຕິຢູ່ເຂດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ