ຕວັກ​ກີ ຮຽ​ກ​ຮ້ອງ​ສືບ​ຕໍ່​ການ​ເຈ​ລະ​ຈາ​ກັບ ອິດ​ສະ​ລາ​ແອັນ

(VOVWORLD) -ວັນທີ 18 ພະຈິກ, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ເຈລະຈາທາງໂທລະສັບ ກັບ ຄູ່ຮ່ວມຕຳແໜ່ງອິດສະລາແອັນ ທ່ານ Isaac Herzog, ໂດຍຮຽກຮ້ອງໃຫ້ສືບຕໍ່ການເຈລະຈາເພື່ອຜົນປະໂຫຍດຂອງສອງປະເທດ.

ຕວັກ​ກີ ຮຽ​ກ​ຮ້ອງ​ສືບ​ຕໍ່​ການ​ເຈ​ລະ​ຈາ​ກັບ ອິດ​ສະ​ລາ​ແອັນ - ảnh 1ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan (ພາບ: AFP/TTXVN)

ນີ້ແມ່ນການເຈລະຈາທີ່ຫາຍາກ ລະຫວ່າງການນຳສອງປະເທດ ແລະ ໄດ້ດຳເນີນແຕ່ 2 – 3 ຊົ່ວໂມງເທົ່ານັ້ນ ເມື່ອຊາວອິດສະລາແອັນ 2 ຄົນ ໄດ້ປ່ອຍຕົວເປັນອິດສະຫຼະ ພາຍຫຼັງ ທີ່ຖືກກັກຕົວຢູ່ ຕວັກກີ 1 ອາທິດຍ້ອນຖືກສົງໄສວ່າມີການກະທຳສືບຂ່າວ.

ທຳນຽບປະທານາທິບໍດີ ຕວັກກີ ໃຫ້ຮູ້ວ່າ ທ່ານ Erdogan ຢັ້ງຢືນວ່າ ເລື່ອງສືບຕໍ່ເຈລະຈາ ແລະ ພົບປະລະຫວ່າງ ຕວັກກີ ແລະ ອິດສະເລແອັນແມ່ນ “ນອນໃນຜົນປະໂຫຍດຂອງ ສອງຝ່າຍ” ແລະ ເນັ້ນໜັກວ່າ “ຄວາມບໍ່ລົງລອຍກັນ ອາດຈະຫຼຸດລົງໃນລະດັບຕ່ຳສຸດ ຖ້າຫາກວ່າ ສອງຝ່າຍມີການກະທຳທີ່ເຂົ້າອົກເຂົ້າໃຈ ເຊິ່ງກັນແລະກັນໃນບັນຫາສອງຝ່າຍ ແລະ ພາກພື້ນ”. ທ່ານ Erdogan ກໍ່ຖືວ່າ ການພົວພັນລະຫວ່າງ ຕວັກກີ - ອິດສະລາແອັນ ສວມບົດບາດສຳຄັນ ໃນການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ ພາກພື້ນຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ