ຕວັກກີຕຳໜິຕິຕຽນອາເມລິກາ ບໍ່ປະຕິບັດຄຳໝັ້ນສັນຍາຢູ່ຊີຣີ

(VOVWORLD) -ທ່ານຈະຍົກອອກບັນຫາດັ່ງກ່າວກັບທ່ານປະທານາທິບໍດີອາເມລິກາ Donald Trump ໃນການເຈລະຈາວັນທີ 13 ພະຈິກ ທີ່ຈະມາເຊິ່ງຢູ່ນະຄອນຫຼວງ ວໍຊິງຕັນ
ຕວັກກີຕຳໜິຕິຕຽນອາເມລິກາ ບໍ່ປະຕິບັດຄຳໝັ້ນສັນຍາຢູ່ຊີຣີ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 07 ພະຈິກ, ທ່ານປະທານາທິບໍດີຕວັກກີ Tayyip Erdogan ໄດ້ຕຳໜິຕິຕຽນອາເມລິກາ ແລະ ລັດເຊຍ ບໍ່ປະຕິບັດຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງວ່າດ້ວຍການບັງຄັບໃຫ້ບັນດາມືປືນຊາວ Kurd ຕ້ອງອອກຈາກເຂດທາງພາກເໜືອຊີຣີ ທີ່ຕິດກັບເຂດຊາຍແດນຂອງຕວັກກີ.

        ທ່ານປະທານາທິບໍດີ Tayyip Erdogan ໃຫ້ຮູ້ວ່າ, ທ່ານຈະຍົກອອກບັນຫາດັ່ງກ່າວກັບທ່ານປະທານາທິບໍດີອາເມລິກາ Donald Trump ໃນການເຈລະຈາວັນທີ 13 ພະຈິກ ທີ່ຈະມາເຊິ່ງຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ. ບັນດາເຈົ້າໜ້າທີ່ຕວກກີ ຢືນຢັນວ່າ, ການຢ້ຽມຢາມຍັງຈະດຳເນີນໄປພາຍຫຼັງການເຈລະຈາທາງໂທລະສັບລະຫວ່າງການນຳ 2 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ