ຕວກກີປະຕິເສດການກ່າວຫາເລື່ອງຈັດການກໍ່ລັດຖະປະຫານ

ຕວກກີປະຕິເສດການກ່າວຫາເລື່ອງຈັດການກໍ່ລັດຖະປະຫານ - ảnh 1
​ໂຄສົກ​ຂອງ​ປະທານາທິບໍດີ ຕວກກີ ທ່ານ Ibrahim Kalin ​
(ພາບ: turkiyegazetesi.com.tr)

(vovworld) - ​ ​ ວັນ​ທີ 19/07 ​ໂຄສົກ​ຂອງ​ປະທານາທິບໍດີ ຕວກກີ Recep Tayyip Erdogan ທ່ານ Ibrahim Kalin ​ໄດ້ປະຕິ​ເສດ​ບັນ​ດາຂໍ້​ກ່າວ​ຫາ​ວ່າ: ​ເຫດການກໍ່​ລັດຖະປະຫານຖືກປະລາ​ໄຊ​ຢູ່​ປະ​ເທດ​ນີ້ ​ໃນ​ອາທິດ​ກ່ອນ ​ໄດ້​ຮັບ​ການ​ຈັດຕັ້ງ ​ເພື່ອ​ໃຫ້​ປະທານາທິບໍດີ Erdogan ປັບປຸງ​ສິດ​​ອຳ​ນາດ. ​ແລະ​ໃນ​ວັນ​ດຽວ​ກັນ ສຳ​ນັກ​ຂ່າວສານ​ແຫ່ງ​ລັດ Anadulu ​ໃຫ້​ຂ່າວ​ວ່າ: ຕວກກີ ​ໄດ້​ຮຽກຮ້ອງ​ເກືອບ 1.600 ຄົນ​ທີ່ເປັນ​ຫົວ​ໜ້າພະ​ແນ​ກ​ຢູ່​ບັນດາ​ມະຫາວິທະຍາ​ໄລທີ່​ໄດ້ລາ​ອອກ​ຈາກ​ຕຳ​ແໜ່​ງ ​ໂດຍ​ຖືກ​ສົງ​​ໄສວ່າ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ເຫດການ​ລັດຖະປະຫານຖືກ​ປະລາ​ໄຊ​ເມື່ອ​ອາທິດ​ກ່ອນ. ກະຊວງ​ສຶກສາ ຕວກກີ ກໍ່​ປະກາດ​ວ່າ: ມີພາລະ​ກອນ​ຂະ​ແໜງ​ການ​ສຶກສາ​ກ່ວາ 15.000 ຄົນ​ໄດ້​ຖືກຢຸດຕິ​ວຽກ​ງານ ​ແລະ ມີ​ການ​ສືບສວນ​ສອບສວນພວມ​ໄດ້​ຮັບ​ການ​ດຳ​ເນີນ.

        ​ແລະ​ກໍ່ໃນ​ວັນ​ທີ 19/07, ອົງການສັງ​ເກດການ​ທາງ​ໂທລະ​ພາບ​ໃຫ້​ຮູ້​ວ່າ: ວົງ​ການ​ເຈົ້າ​ໜ້າ​ທີ່ ຕວກກີ ​ໄດ້ຖອນ​ໜັງສື​ອະນຸຍາດ​ເຄື່ອນ​ໄຫວຂອງ​ບັນດາ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ເຖິງ​ບາດ​ຫລວງ Fethullah Gulen ຜູ້​ຖືກ Ankara ກ່າວ​ຫາວ່າ ​ເປັນ​ຜູ້​ໜູນ​ຫລັງ​ກົນອຸບາຍ​ການ​ເຮັດ​ລັດຖະປະຫານຖືກ​ປະລາ​ໄຊ​ໃນ​ທ້າຍ​ອາທິ​ດກ່ອນ.

 

 

ຂ່າວ/ບົດ​ອື່ນ