ຕວກກີແກ່ຍາວສະພາວະສຸກເສີນຕື່ມອີກ3ເດືອນ

ຕວກກີແກ່ຍາວສະພາວະສຸກເສີນຕື່ມອີກ3ເດືອນ  - ảnh 1
ທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim
(ພາບ: AFP/TTXVN)

(vovworld) – ​ ​ ຄ່ຳ​ຄືນ​ວັນ​ທີ 03/01, ສະພາ​ແຫ່ງ​ຊາດ ຕວກກີ ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ​ຂໍ້​ສະ​ເໜີ​ຂອງ​ລັດຖະບານ​ປະ​ເທດ​ນີ້ ທີ່​ແກ່ຍາວ​ສະພາວະ​ສຸກ​ເສີນ​ຕື່ມ​ອີກ 3 ​ເດືອນ. ນີ້​ເປັນ​ຄັ້ງ​ທີ 2 ທີ່ Ankara ​ໄດ້ຕໍ່​ກຳນົດ​ເວລາ​ສະພາວະ​ສຸກ​ເສີນ ​ເຊິ່ງ​ຈັດວາງ​ນັບແຕ່​ພາຍຫລັງການກໍ່​ລັດຖະປະຫານ​ຖືກ​ປະລາ​ໄຊ​ເມື່ອ​ກາງ​ເດືອນ 07/2016. ຕວກກີ ຖື​ວ່າ: ​ເລື່ອງ​ຮັກສາ​ສະພາວະ​ສຸກ​ເສີນ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ເພື່ອປັດ​ເຂ່ຍ​ຜົນ​ສະທ​້ອນຂອງບາດ​ຫລວງ Fethullah Gulen ​ຊຶ່ງປະ​ຈຸ​ບັນພວມ​ດຳລົງ​ຊີວິດ​ຜັດຖິ່ນ​ຢູ່ ອາ​ເມ​ລິ​ກາ ​ແລະ ຖືກ​ກ່າວ​ຫາວ່າ ​​ເປັນ​ຜູ້​ໜູນ​ຫລັງການ​ກໍ່​ລັດ​ຖະປະຫານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະຫະພາບ ​ເອີ​ລົບ (ອີ​ຢູ) ​ໄດ້​ສະ​ແດງ​ຄວາມ​ວິຕົກ​ັງ​ວົນ​ກ່ຽວ​ກັບການ​ກະທຳ​ດັ່ງກ່າວ​ຂອງ ຕວກກີ ອາດ​ຈະ​ພາ​ໄປ​ເຖິງ​ເລື່ອງສວຍ​ໃຊ້ສະພາວະ​ສຸກ​ເສີນ. ຕາມ​ສຳນັກ​ຂ່າວສານ Anadolu ຂອງ ຕວກກີ ​ແລ້ວ, ມາ​ຮອດ​ປະຈຸ​ບັນ ມີຜູ້​ຖືກ​ຈັບ​ຕົວຍ້ອນ​ສົງ​ໄສວ່າ ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບາດ​ຫລວງ Gulen ກ່ວາ 41.000 ຄົນ. ​ໃນ​ຂະນະ​ນັ້ນ ມີ​ກ່ວາ 100.000 ຄົນ​ອື່ນ​ກໍ່ຖືກ​ສືບ​ສວນ​ສອບ​ສວນ.

 

ຂ່າວ/ບົດ​ອື່ນ