ຕວກກີແລະອາເມລິກາປຶກສາຫາລືກ່ຽວກັບບັນຫາຊີຣີ

(VOVWORLD) -       ວັນທີ 12 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປຄັ້ງຫຼ້າສຸດຢູ່ຊີຣີ.

ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບກັນກ່ຽວກັບຄວາມສຳຄັນຂອງເລື່ອງ ສືບຕໍ່ປຶກສາຫາລືລະຫວ່າງອາເມລິກາ - ຕວກກີ ຄືດັ່ງສ່ວນໜຶ່ງທີ່ສຳຄັນໃນແຜນການຖອນທະຫານ “ໂດຍເຈດຕະນາ ແລະ ສົມທົບ” ຂອງອາເມລິກາ ອອກຈາກຊີຣີ. ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໄດ້ເນັ້ນໜັກເຖິງຄຳໝັ້ນໝາຍຂອງອາເມລິກາ ໃນການແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງຂອງຕວກກີ ຢູ່ລຽບຕາມເຂດຊາຍແດນຕວກກີ - ຊີຣີ. ທ່ານ Mike Pompeo ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ອາເມລິກາ ປ້ອງກັນກຳລັງບັນດາຫົວໜ່ວຍປ້ອງກັນຊາວ Kurd (YPG).

        ໃນອາທິດກ່ອນ, ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ John Bolton ໃຫ້ຮູ້ວ່າ, ອາເມລິກາ ຈະບໍ່ຖອນກຳລັງທະຫານອອກຈາກເຂດພາກເໜືອຊີຣີ ເວັ້ນເສຍເລື່ອງ ລັດຖະບານຕວກກີ ຮັບປະກັນວ່າ ເຂົາເຈົ້າຈະບໍ່ປຸກໂຈມຕີກຸ່ນຊາວ Kurd.

ຕອບກັບ

ຂ່າວ/ບົດ​ອື່ນ