ຕ້ອນຮັບບຸນເຕັດໃນທ່າມກາງຄວາມມ່ວນຊື່ນ

ຕ້ອນຮັບບຸນເຕັດໃນທ່າມກາງຄວາມມ່ວນຊື່ນ - ảnh 1
(​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຮົ່ງ​ກົງແລະ​ມາ​ກາ​ວ(ຈີນ)ຕ້ອນ​ຮັບ​ບຸນ​ເຕັດ)

(vovworld) –​ ວັນ​ທີ 31/01, ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຮົ່ງ​ກົງ (ຈີນ) ສະ​ຖານ​ກົງ​ສູນໃຫຍ່​ຫວຽດ​ນາມ ປະ​ຈຳ​ຮົ່ງ​ກົງ ແລະ ມາ​ເກົາ (ຈີນ) ໄ​ດ້​ຈັດ​ລາຍ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ປິ​ວອກ​ 2016. ທ່ານ​ຮ່​ວາງ​ຈິ໋​ຈຸງ, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ​ຮົ່ງ​ກົງ ແລະ ມາ​ເກົາ​, ພ້ອມ​ກັບ​ພະ​ນັກ​ງານ​, ພາ​ລະ​ກອນ​ສະ​ຖານ​ກົ​ງ​ສູນ​ໃຫຍ່​ຫວຽດ​ນາມ, ບັນ​ດາ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ ແລະ ປະ​ຊາ​ຄົມ​ຊ​າວ​ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ ເຂົ້າ​ຮ່ວມ​ລາຍ​ການ.

      ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ບຸນ​ເຕັດ​, ທ່ານ ຮ່​ວາງ​ຈິ໋​ຈຸງ, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ​ຮົ່ງ​ກົງ ແລະ ມາ​ເກົາ ເນັ້ນ​ໜັກ​ວ່າ.

      “ລະ​ດູ​ບານ​ໃໝ່​ວຽນ​ມາ​ໃນ​ສະ​ພາ​ວະ​ທີກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ​ປະ​ສົບ​ຜົນ​​ສຳ​ເລັດ​ຢ່າງ​ດີ​ງາ​ມ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ມີ​ບັນ​ດາ​ທິດ​ທາງ​ໃໝ່, ພິ​ເສດ​ແ​ມ່ນ​ແຜນ​ການ 5 ປີ ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ນຳ​ປະ​ເທດ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ໃນ​ປີ 2020 ໂດຍ​ໄວ, ນຳ​ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ກາຍ​ເປັນ​ປະ​ເທດຮັ່ງ​ມີ ແລະ ເຂັ້ມ​ແຂງ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ສືບ​ຕໍ່​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ທີ່​ປະ​ທັບ​ໃຈ​, ໝັ້​ນ​ຄົງ​ເຂັ້ມ​ແຂງ​ໃນ​ອະ​ນາ​ຄົດ”.

      ທ່ານ ຮ່​ວາງ​ຈິ໋​ຈຸງ ຢືນ​ຢັນ​ວ່າ, ປະ​ຊາ​ຄົມ​ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່ ຮົ່ງ​ກົງ ແລະ ມາ​ກາວ ໄ​ດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຫວຽດ​ນາມ ກັບ​ຮົ່ງ​ກົ​ງ ແລະ ມາ​ກາວ​.

ຂ່າວ/ບົດ​ອື່ນ