ຕ້ອນຮັບໃບຢັ້ງຢືນຮັບຮອງຂັບຊວນຟູ໋ເທາະແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງໜ້າຂອງມວນມະນຸດ

(VOVWORLD) - ສືບຕໍ່ນຳມໍລະດົກ ຂັບຊວນ ເຂົ້າໃນໂຮງຮຽນ,…ພ້ອມກັນນັ້ນ ກໍ່ຈັດຕັ້ງບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນມໍລະດົກວັດທະນະທຳຫວຽດນາມ ຕິດພັນກັບການເຊີດຊູ “ ສີລະປິນປະຊາຊົນ ”, “ ສີລະປິນດີເດັ່ນ ” 


ທ່ານ ຮ່າເກ້ຊານ, ຮອງປະທານຄະນະກຳມະການປະຊາຊົນແຂວງຟູ໋ເທາະ, ໃຫ້ຮູ້ວ່າ: ພິທີເຊີດຊູ, ຕ້ອນຮັບໃບຢັ້ງຢືນຮັບຮອງເອົາ ຂັບຊວນ ຟູ໋ເທາະ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງໜ້າຂອງມວນມະນຸດ ຈະຈັດຕັ້ງໃນວັນທີ 3 ກຸມພາ. ຕາມທ່ານ ຮ່າເກ້ຊານ ແລ້ວ, ປີ 2018 ແຂວງຟູ໋ເທາະ ຈະຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ ກ່ຽວກັບການອານຸລັກຮັກສາ, ການເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງໜ້າຂອງມວນມະນຸດ ຂັບຊວນ ຟູ໋ເທາະ. ໃນນັ້ນ, ແຂວງ ຈະສືບຕໍ່ຜັນຂະຫຍາຍວຽກງານສອນຂັບຊວນໃຫ້ເປົ້າໝາຍ ແມ່ນແກ່ນສານສີລະປະ ທີ່ສັງກັດຢູ່ບັນດາສະໂມສອນຂັບຊວນ ແລະ ຂັບພື້ນເມືອງໃນບໍລິເວນແຂວງ; ເພີ່ມທະວີການໂຄສະນາ, ເຜີຍແຜ່ຄຸນຄ່າມໍລະດົກ ຂັບຊວນ ຟູ໋ເທາະ ຕິດພັນກັບການເຫຼື້ອມໃສບູຊາ ເຈົ້າຊີວິດ ຮຸງເວືອງ ຢູ່ຟູ໋ເທາະ; ສືບຕໍ່ນຳມໍລະດົກ ຂັບຊວນ ເຂົ້າໃນໂຮງຮຽນ,…ພ້ອມກັນນັ້ນ ກໍ່ຈັດຕັ້ງບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນມໍລະດົກວັດທະນະທຳຫວຽດນາມ ຕິດພັນກັບການເຊີດຊູ “ ສີລະປິນປະຊາຊົນ ”, “ສີລະປິນດີເດັ່ນ ” ແລະ “ ສີລະປິນຂັບຊວນ ຟູ໋ເທາະ ”; ພິເສດແມ່ນການສືບຕໍ່ສອນຂັບຊວນໃຫ້ເປົ້າໝາຍໃນວົງຄະນາຍາດ, ໂດຍສະເພາະແມ່ນຊາວໜຸ່ມ, ເຍົາວະຊົນ, ອານຸຊົນຢູ່ຕາແສງ ຊວນກົກ.


ຕອບກັບ

ຂ່າວ/ບົດ​ອື່ນ