ຕອບສະໜອງວັນນ້ຳໂລກ 22 ມີນາ: ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົນເພື່ອພັດທະນາແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ

(VOVWORLD) -ຕອນເຊົ້າວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງ ຈັດພິທີໂຮມຊຸມນຸມມິດຕິງຕອບສະໜອງວັນນ້ຳໂລກ ປີ 2019 ແລະ ພິທີໄຂສັບປະດານ້ຳໂລກຫວຽດນາມ ປີ 2019.

ຕອບສະໜອງວັນນ້ຳໂລກ 22 ມີນາ: ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົນເພື່ອພັດທະນາແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ - ảnh 1 ທ່ານ ເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ

(ພາບ:kinhtedothi.vn)

ເປົ້າໝາຍຂອງບັນດາເຫດການດັ່ງກ່າວແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້, ໜ້າທີ່ຄວາມຮັບຜິດຊອບຂອງປະຊາຄົມຕໍ່ວຽກງານປົກປັກຮັກສາ, ຂຸດຄົ້ນ, ພັດທະນາແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ, ການຮັບມືກັບໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທີ່ພິທີ, ທ່ານ ເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ປະຊາຄົມ ແລະ ປະຊາຊົນທຸກຄົນ ຈົ່ງພ້ອມກັນມານະພະຍາຍາມເພື່ອຊ່ວຍເຫຼືອຜູ້ມີຄວາມສ່ຽງສູງກວ່າເພີ່ນໃນສັງຄົມ. ພ້ອມກັນສ້າງບັນດາກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບແຫຼ່ງຊັບພະຍາກອນນ້ຳ ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງໃນການສຳຜັດ ແລະ ນຳໃຊ້ແຫຼ່ງນ້ຳສະອາດ ແລະ ປອດໄພ”.

        ທີ່ເຫດການນີ້, ເປັນຄັ້ງທຳອິດທີ່ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຈະປະກາດ, ມອບຮັບຜະລິດຕະພັນຊັບພະຍາກອນນ້ຳໃຫ້ບັນດາແຂວງທາງພາກເໜືອຫວຽດນາມ ລວມມີ: ຊຸດແຜນທີ່ແຫຼ່ງຊັບພະຍາກອນນ້ຳແຫ່ງຊາດໃຕ້ດິນ; ການປົກປັກຮັກສານ້ຳໃຕ້ດິນຢູ່ບັນດາເຂດຕົວເມືອງໃຫຍ່; ໝາກຜົນການສຳຫຼວດ, ຊອກຫາແຫຼ່ງນ້ຳໃຕ້ດິນຢູ່ບັນດາເຂດພູສູງ; ເຂດນ້ຳໜ້ອຍ…

ຕອບກັບ

ຂ່າວ/ບົດ​ອື່ນ