ຕະຫລາດການເງິນບໍລິໂພກອຸປະໂພກ ຫວຽດນາມ ຈະບັນລຸໄດ້ຄາດໝາຍ 1 ລ້ານຕື້ດົ່ງໃນປີ 2019

(VOVWORLD) - ຂອບຂະໜາດຕະຫລາດການເງິນບໍລິໂພກອຸປະໂພກ ຫວຽດນາມ ມີການເຕີບໂຕແຮງຢ່າງຕໍ່ເນື່ອງ, ຄາດວ່າຈາກລະດັບ 646.000 ຕື້ດົ່ງໃນປີ 2016 ຈະເພີ່ມຂຶ້ນເຖິງຄາດໝາຍ 1.000.000 ຕື້ດົ່ງໃນປີ 2019, ດ້ວຍລະດັບການເຕີບໂຕສະເລ່ຍ 29%/ປີ.
ຕະຫລາດການເງິນບໍລິໂພກອຸປະໂພກ ຫວຽດນາມ ຈະບັນລຸໄດ້ຄາດໝາຍ 1 ລ້ານຕື້ດົ່ງໃນປີ 2019 - ảnh 1 (ພາບປະກອບ)

ຕາມທ່ານປະລິນຍາເອກ ເກິ໋ນວັນລຶກ ນັກຊ່ຽວຊານດ້ານເສດຖະກິດການເງິນທະນາຄານກ່າວວ່າ:

        “ພວກເຮົາຕ້ອງປ່ຽນແປງຄວາມຮັບຮູ້ຂອງປະຊາຊົນ, ຂອງວິສາຫະກິດ, ຂອງສັງຄົມສຳລັບການໃຫ້ກູ້ຢືມບໍລິໂພກອຸປະໂພກ. ພວກເຮົາຕ້ອງເພີ່ມທະວີຢ່າງແຮງກ່ວາອີກ ກ່ຽວກັບຄວາມຮັບຮູ້ກໍ່ຄືບົດບາດຂອງການໃຫ້ກູ້ຢືມບໍລິໂພກອຸປະໂພກ. ຫວຽດນາມ ພວກເຮົາກໍ່ຕ້ອງມີຍຸດທະສາດລະດັບຊາດກ່ຽວກັບການພັດທະນາການເງິນຮອບດ້ານ ກໍ່ຄືການສຶກສາການເງິນ. ພວກເຮົາກໍ່ຕ້ອງປັບປຸງຂອບເຂດນິຕິກຳກ່ຽວກັບການໃຫ້ກູ້ຢືມບໍລິໂພກອຸປະໂພກ ໃຫ້ສົມບູນແບບ”.

ຕອບກັບ

ຂ່າວ/ບົດ​ອື່ນ