​ຕະຫຼາດການເງິນ ແລະ ການບໍລິການດ້ານການເງິນເຕີບ​ໂຕ​ດີ​ສົມ​ຄວນ

(VOVWORLD) -ຕະຫຼາດການເງິນແລະການບໍລິການທາງດ້ານການເງິນເຕີບໂຕດີສົມຄວນ.

ຕະຫຼາດການເງິນແລະການບໍລິການທາງດ້ານການເງິນເຕີບໂຕດີສົມຄວນ. ນີ້ແມ່ນຂໍ້ມູນທີ່ຍົກອອກໃນບົດລາຍງານກ່ຽວກັບສະພາບການປະຕິບັດ. ລາຍການປະຕິບັດວຽກງານ ເດືອນ ກຸມພາ 2022 ແລະ ຜັນຂະຫຍາຍລາຍການປະຕິບັດວຽກງານເດືອນ ມີນາ 2022 ຂອງ ກະຊວງການເງິນ:

ຕາມບົດລາຍງານຂອງກະຊວງການເງິນແລ້ວ, ໝົດເດືອນ ກຸມພາ ປີນີ້, ຄ່າທຶນຕະຫຼາດຫຸ້ນບັນລຸ 7 ລ້ານ 780 ພັນຕື້ດົ່ງ, ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ທ້າຍປີ 2021 ແລະ ທຽບເທົ່າກັບ 92,6% GDP.

ຕະຫຼາດປະກັນໄພຍັງຮັກສາອັດຕາການເຕີບໂຕດີສົມຄວນ ໃນ 2 ເດືອນທໍາອິດຂອງປີນີ້. ເປັນຕົ້ນແມ່ນ: ລວມຍອດລາຍຮັບຄ່າປະກັນໄພ ຄາດວ່າໄດ້ກວ່າ 32.400 ຕື້ດົ່ງ (ເພີ່ມຂຶ້ນ 12,65% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021); ລວມມູນຄ່າຊັບສິນແມ່ນ 721 ພັນຕື້ດົ່ງ (ເພີ່ມຂຶ້ນ 23,77% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021); ການລົງທຶນຄືນສູ່ພື້ນຖານເສດຖະກິດ ຄາດວ່າບັນລຸກວ່າ 588 ພັນຕື້ດົ່ງ (ເພີ່ມຂຶ້ນ 22,17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021).

ຕອບກັບ

ຂ່າວ/ບົດ​ອື່ນ