ຕະຫຼາດ​ນັດ​ເຂດ​ພູ​ສູງ​ຈະ​ແມ່ນ ຈຸດ​ພົ້ນ​ເດັ່ນ​ໃນ​ເດືອນ “ສີ​ສັນ​ບັນ​ດາ​​ເຜົ່າ​ຫວຽດ​ນາມ ”

(VOVWORLD) - ແຂກມາຊົມຈະໄດ້ຮັບຟັງລາຍການສິລະປະພື້ນເມືອງ, ຊົມຮູບຖ່າຍ40ແຜ່ນດ້ວຍຫົວຂໍ້ວ່າ “ສີສັນວັດທະນະທຳເຂດທາງທິດຕາເວັນຕົກສ່ຽງເໜືອ”
ຕະຫຼາດ​ນັດ​ເຂດ​ພູ​ສູງ​ຈະ​ແມ່ນ ຈຸດ​ພົ້ນ​ເດັ່ນ​ໃນ​ເດືອນ “ສີ​ສັນ​ບັນ​ດາ​​ເຜົ່າ​ຫວຽດ​ນາມ ” - ảnh 1 ພາບປະກອບ(TTXVN)

ບັນດາການເຄື່ອນໄຫວ ໃນເດືອນ ເມສາ 2019 ດ້ວຍຫົວຂໍ້ວ່າ ສີສັນບັນດາເຜົ່າຫວຽດນາມ ” ຈະໄດ້ດຳເນີນໄປໃນລະຫວ່າງວັນ 1 ເມສາ - 2  ພຶດສະພາ ຢູ່ ບ້ານວັນທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ. ບັນດາການເຄື່ອນໄຫວດັ່ງກ່າວ ໄດ້ປະກອບສ່ວນໃນການເຊີດຊູວັນວັດທະນະທຳບັນດາເຜົ່າ ຫວຽດນາມ (19 ເມສາ).

ສິ່ງພົ້ນເດັ່ນໃນເດືອນ ເມສາ ປີ 2019 ແມ່ນໄດ້ດຳເນີນ ໃນໂອກາດພັກວັນບຸນ 30 ເມສາ ແລະ 1 ພຶດສະພາ ດ້ວຍຫົວຂໍ້ວ່າ “ຕະຫຼາດນັດເຂດພູສູງ - ສີສັນ ລາຍເຈົາ”. ຕະຫຼາດນັດເຂດພູສູງຈະສ້າງບັນຍາກາດທີ່ດູດດືມຕໍ່ແຂກມາຕະຫຼາດ ແລະ ເຂົາເຈົ້າຈະໄດ້ຊິມອາຫານພິເສດ, ອາຫານທີ່ມີຊື່ສຽງ, ຊອກຮູ້ວັດທະນະທຳ, ເຂົ້າຮ່ວມການລະຫຼິ້ນພື້ນເມືອງຂອງບັນດາເຜົ່າຄື: ໂມ້ງ,ຢ້າວ…ຄຽງຄູ່ກັນນັ້ນ, ແຂກມາຊົມຈະໄດ້ຮັບຟັງລາຍການສິລະປະພື້ນເມືອງ, ຊົມຮູບຖ່າຍ 40 ແຜ່ນດ້ວຍຫົວຂໍ້ວ່າ “ສີສັນວັດທະນະທຳເຂດທາງທິດຕາເວັນຕົກສ່ຽງເໜືອ”.

ງານບຸນວັດທະນະທຳບັນດາເຜົ່າ ຫວຽດນາມ ປີ 2019 ກໍ່ໄດ້ດຳເນີນໄປໃນລະຫວ່າງວັນທີ 19 - 21 ເມສາ ຢູ່ບ້ານວັນທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ໃນເທດສະບານ ເຊີນໄຕ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ