ຕະຫຼາດແຫ່ງໜຶ່ງຢູ່Nigeriaຖືກບຸກໂຈມຕີ,ເຮັດໃຫ້25ຄົນເສຍຊີວິດ

ຕະຫຼາດແຫ່ງໜຶ່ງຢູ່Nigeriaຖືກບຸກໂຈມຕີ,ເຮັດໃຫ້25ຄົນເສຍຊີວິດ - ảnh 1
ເຫດວາງລະເບີດໂບດແຫ່ງໜຶ່ງ
(ພາບປະກອບຈາກdantri.com.vn)

(vovworld) – ຢ່າງ​ໜ້ອຍ​ສຸດ​ມີ​ແມ່​ຄ້າ 25 ຄົນ​ເສຍ​ຊີວິ​ດ​ໃນ​ການ​ບຸກ​ໂຈມ​ຕີ​ຢູ່​ຕະຫຼາ​ດ​ແຫ່ງ​ໜຶ່ງຢູ່​ບ້ານ Daku, ຂຶ້ນ​ກັບ​ເຂດ Askir Uba, ລັດ Borno ​ໃນ​ວັນ​ທີ 15/6. ຕາມ​ບັນດາ​ຕົວ​ພະຍານ​​ແລ້ວ, ການ​ບຸກ​ໂຈມ​ຕີ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຍ້ອນ​ກຸ່ມ​ຊາວ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງ Boko Haram ປະຕິບັດ. ກຳລັງ​ບຸກ​ໂຈມ​ຕີ​ໄດ້​ຂີ່​ລົດ​ໂອ​ໂຕ ​ແລະ ລົດ​ຈັກ​ເຂົ້າ​ຕະຫຼາດ, ຍິງ​ປືນກວາດ ​ແລະ ​ປຸ້ນສະດົມ​ຢູ່​ຮ້ານ​ຕ່າງໆ. ນອກຈາກ 25 ຄົນ​ເສຍ​ຊີວິດ​ແລ້ວ​ກໍ່ ຍັງ​ມີ​ຫຼາຍ​ຄົນ​​ຮັບ​ບາດ​ເຈັບ.

    Nigeria ​ແມ່ນ​ປະ​ເທດ​ມີ​ພົນລະ​ເມື​​ອງຫຼາຍ​ທີ່​ສຸດ​ຢູ່ ອາບຟຣີກາ, ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຢ່າງ​ຮ້າຍ​​ແຮງ​ທີ່​ສຸດ​ນັ້ນ​ແມ່ນ​ກຸ່ມຊາວ​ມຸດ​ສະ​ລິ​ມ Boko Haram. ​ໃນ 3 ​ເດືອນ​ຜ່ານ​ມາ, ມີ​ປະຊາຊົນ​ນັບ​ຮ້ອຍ​ຄົນ​ເສຍ​ຊີວິດ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມ​ນີ້​ຢູ່ 3 ລັດ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ Nigeria ​ແລະ ​ສະ​ເພາະ​ໃນ​ເດືອນ 5 ຜ່ານ​ມາ​ໄດ​້ມີ​ກ່ວາ 100 ຄົນ​ຖືກ​ເຂັ່ນຂ້າ.

 


ຂ່າວ/ບົດ​ອື່ນ