ຕຳຫຼວດປະກາດບັນຊີລາຍຊື່ບັນດາຜູ້ຖືກສົງໄສ

ຕຳຫຼວດປະກາດບັນຊີລາຍຊື່ບັນດາຜູ້ຖືກສົງໄສ - ảnh 1
ຕຳຫຼວດປະກາດບັນຊີລາຍຊື່ບັນດາຜູ້ຖືກສົງໄສ
(ພາບ: AFP/ TTXVN)

(vovworld) –​ ວັນ​ທີ 16/01, ບັນ​ດາ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ສືບ​ຕໍ່​ປະ​ກາດ​ບັນ​ຊີ​ລາຍ​ຊື່​ຂອງ​ບັນ​ດາ​ຜູ້​ຖືກ​ສົງ​ໄສ​ໃນ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ, ເຮັດ​ໃຫ​້ 7 ຄົນ​ເສຍ​ຊີ​ວິດ ໃນ​ວັນ​ທີ 14/01 ຜ່ານ​ມາ. ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ແຫ່ງ​ຊາດ​ອິນ​ໂ​ດ​ເນ​ເຊຍ, ນາຍ​ພົນ Badrodin Haiti ໃຫ້​ຮູ້​ວ່າ, ເປົ້າ​ໝາຍ 2 ຄົນ​ທຳ​ອິດ​ແມ່ນ Afif Dias Sukanti ແລະ Muhammad Ali. ໃນ​ນັ້ນ Afif Dias Sukantiໄດ້​ຮັບ​ການ​ຝຶກ​ຊ້ອມ​ຢູ່​ຄ້າຍ​ຝຶກ​ຊ້ອມກໍ່​ການ​ຮ້າຍ​ຢູ່​ເຂດ Acheh ຢູ່​ອິນ​ໂດ​ເນ​ເຊຍ ປີ 2010 ແລະ ຖືກ​ຕັດ​ສິນ​ຈຳ​ຄຸກ 7 ປີ ຍ້ອນ​ກ່ຽວ​ຂ້ອງ​ເຖິງ​ຄ້າຍ​ຝຶກ​ຊ້ອ​ມນີ້. ຜູ້​ຖືກ​ສົງ​ໄສ 2 ຄົນ​ດັ່ງ​ກ່າວ​ຖືກ​ຕຳ​ຫຼວດ ​ຍິງ​ຕາຍ​ໃນ​ການ​​ຍິງປະ​ທະ​ກັນ​.

      2 ຄົນ​ອື່ນ​ກໍ​​ຢັ້ງ​ຢືນ​ວ່າແມ່ນ Ahmad Muhazab bin Saroni ແລະ Dian Juni Kurniadi. ຕະ​ຫຼ​ວດກໍ່ຢັ້ງ​ຢືນ​ຊື່​ຂອງ​ຜູ້​ທີ່ 5 ແມ່ນ Sugito, ແຕ່​ຍັງ​ບໍ່​ທັນ​ຮູ້​ວ່າ​ຜູ້ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ບຸ​ກ​ໂຈມ​ຕີ​ຫຼືບໍ່.

      ນອກ​ຈາກ 5 ເປົ້າ​ໝາຍ​ດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ອິນ​ໂດ​ເຍນ​ເຊຍ ຖື​ວ່າ, ​ຕົວ​ການ​ວາງ​ລະ​ເບ​ີດ​ຢ່າງ​ລຽນ​ຕິດ ແລະ ຍິງ​ປືນ​ຢູ່​ຈາ​ກາ​ຕາ ແມ່ນ Muhammad Bahrun Naim Anggih Rantomo, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ຂອງ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ.

ຂ່າວ/ບົດ​ອື່ນ