ຖະຫວາຍທູບທຽນ ອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ລາວ

(VOVWORLD) - ລຸ້ນຄົນປະຈຸບັນຂອງທັງສອງປະເທດ ຫວຽດນາມ - ລາວ ໝັ້ນໝາຍເສີມຂະຫຍາຍມູນເຊື້ອບໍ່ຍອມຈຳນົນຂອງລຸ້ນພໍ່ລຸ້ນອ້າຍທີ່ມີມາກ່ອນນັ້ນ, ພ້ອມກັນສູ້ຊົນຮ່ຳຮຽນ
ຖະຫວາຍທູບທຽນ ອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ລາວ - ảnh 1
ພິທີຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານທະຫານປະສົມຕໍ່ສູ້ ລາວ - ຫວຽດນາມ
(ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫາຍເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ), ວັນທີ 26 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສູນກາງສະມາຄົມນັກຮົບເກົ່າ ລາວ ແລະ ບັນດາອົງການກ່ຽວຂ້ອງ ຈັດພິທີຖະຫວາຍທູບທຽນ ອາໄລຫາບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດປູຊະນີຍະສະຖານທະຫານປະສົມຕໍ່ສູ້ ລາວ - ຫວຽດນາມ ຢູ່ບ້ານເກີນ, ເມືອງ ທຸລະຄົມ ແລະ ເຂດປູຊະນີຍະສະຖານບ້ານ ຜາຊ້າງ, ເມືອງ ກາສີ, ແຂວງ ວຽງຈັນ.

ກ່າວຄຳເຫັນນະທີ່ນີ້, ທ່ານ ເລຍໍແທກ, ທີ່ປຶກສາ ສະຖານທູດ ຫວຽດນາມ ປະຈຳລາວ, ເນັ້ນໜັກວ່າ:

“ລຸ້ນຄົນປະຈຸບັນຂອງທັງສອງປະເທດ ຫວຽດນາມ - ລາວ ໝັ້ນໝາຍເສີມຂະຫຍາຍມູນເຊື້ອບໍ່ຍອມຈຳນົນຂອງລຸ້ນພໍ່ລຸ້ນອ້າຍທີ່ມີມາກ່ອນນັ້ນ, ພ້ອມກັນສູ້ຊົນຮ່ຳຮຽນ, ເຮັດວຽກດ້ວຍຜົນງານສູງສຸດເພື່ອສ້າງສາປະເທດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ. ຜ່ານນັ້ນ, ກໍ່ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ສວຍສົດງົດງາມຕະຫຼອດໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ