ຖະແຫຼງການຮ່ວມຫວຽດນາມ-ຍີ່ປຸ່ນ

ຖະແຫຼງການຮ່ວມຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽ​ດນາມ ​ເຈືອງ​ເຕີນ​ຊາງ ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: Reuters)

(vovworld) – ​ເນື່ອງ​ໃນ​​ໂອກາດການ​ຢ້ຽມຢາມ​ທາງ​ລັດຖະກິດ ຍີ່ປຸ່ນ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ວັນ​ທີ 18/3, ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸກ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ ຢູ່​ອາຊີ. ​ໃນ​ນັ້ນ​ມີ​ບາງເນື້ອ​ໃນ​ຕົ້ນ​ຕໍ່​ດັ່ງ​ນີ້.

   ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ປະຕິບັດ​ບັນດາ​ກົນ​ໄກ​ຄູ່​​ເຈລະຈາ​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ.

    ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ສົມທົບ​ກັນ​ຜັນ​ຂະຫຍາຍ “ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ການ​ປ້ອງ​ກັນ​ປະ​ເທດ 2 ຝ່າຍ” ​ເຊິ່ງລົງ​ນາມ​ເມື່ອ​ປີ 2011 ຢ່າງ​ມີ​ປະສິດທິ​ຜົນ.

    ສອງຝ່າຍ​ຢັ້ງຢືນວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຍວກັບ​ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ.

    ທ່ານ​ປະທານ​ປະ​ເທດ ຫວຽ​ດນາມ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຍີ່ປຸ່ນ ທີ່ສະຫງວຽນ​ໃຫ້​ແກ່ ຫວຽດນາມ ​ໃນ​ຂົງ​ເຂດ​ປະຕິ​ຮູບ​ກົດໝາຍ ​ແລະ ຕຸລາການ.

    ຍີ່ປຸ່ນຈະ​ສືບ​ຕໍ່​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະຫຍາຍ​ແຜນການ​ເຄື່ອນ​ໄຫວ​ໃຫ້​ແກ່ 6 ຂະ​ແໜງ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ ຫວຽດນາມ ​ໃນ​ຂອບ​ເຂດ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ ມຸ່ງ​ໄປ​​ເຖິງ​ປີ 2020, ວິ​ໄສ​ທັດ 2030.

    ຍີ່ປຸ່ນ ຢັ້ງຢືນ​ສືບ​ຕໍ່​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ນະ​​ໂຍບາຍ​ໜູນ​ຊ່ວຍ​ພັດທະນາ​​ທາງ​ການ (ODA) ຂອງ ຍີ່ປຸ່ນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ຫວຽດນາມ.

    ສອງຝ່າຍ​ຕົກລົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບເຂດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ຢູ່​ແລ້ວ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ ​ແລະ ​ນຳ​ໃຊ້​ພື້ນຖານ​ໂຄງ​ລ່າງ​ຢູ່ ຫວຽດນາມ.

    ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, 2 ຝ່າຍ​ຢືນຢັນ​ເພີ່ມ​ທະວີ​ການ​ສົມທົບ​ກັນ ​ແລະ ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

    ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟິກ (TPP) ​ແລະ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP).

    ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ມຸ່ງ​ໄປ​ເຖິງ​ການ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ. ການ​ນຳ 2 ທ່ານ​ກໍ່​ແບ່ງ​ປັນ​ທັດສະນະ​ທີ່​ວ່າ ຂໍ້​ກຳນົດ​ກົດ​ລະບຽບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຕ້ອງ​ໄດ້​ຮັບ​ການ​ສ້າງ​ສຳ​ເລັດ​ໂດຍ​ໄວ.




ຂ່າວ/ບົດ​ອື່ນ