ຖະແຫຼງການຮ່ວມຫວຽດນາມ-ລາວ


ຖະແຫຼງການຮ່ວມຫວຽດນາມ-ລາວ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ

(vovworld)-  ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ລາວ​ແຕ່​ວັນ​ທີ 24-26/11/2016 ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ຫວຽດ​ນາມ ແລະ ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ. ຖະ​ແຫຼງ​ການ​ຮ່ວມ​ໄດ້​ຊີ້​ແຈ້ງວ່າ : ໃນ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງໄດ້​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ, ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ສິດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາ​ນີ ຢາ​ທໍ​ຕູ້;  ຢ້ຽມ​ຢາມບັນ​ດາອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ແລະ ລັດ​ລາວ; ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ, ຄູ​ອາ​ຈານ; ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ; ຢ້ຽມ​ຢາມ​ບາງ​ຮາກ​ຖານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ຢູ່​ນະ​ຄອນຫຼວງວຽງ​ຈັນ.

      ທີ່​ບັນ​ດາການພົບ​ປະເຈ​ລະ​ຈາ, 2 ຝ່າຍ​ໄດ້​ເຫັນ​ດີ​ເພີີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ, ຮັກ​ສາ​ບັນ​ດາ​ການ​ພົບ​ປະ​ເປັນ​ປະ​ຈຳ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ, ສືບ​ຕໍ່​ປັບ​ປຸງ, ບູ​ລະ​ນະ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ 2 ພັກ, 2 ລັດ, ເປີດ​ກ້​ວາງ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ກັນ​ລະ​ຫວ່າງ​ບັນ​ດາອົງ​ການ​ຈັດ​ຕັ້ງ​ພັກ, ບັນ​ດາ​ກະ​ຊວງ, ບັນ​ດາ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ, ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​​ການພົວ​ພັນ​ທາງ​ການ​ທູດ ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນ​ປີ 2017.

        2 ຝ່າຍ​ເຫັນ​ດີ​ສົ​ມ​ທົບ​ກັນ​ເສີມ​ຂະ​ຫຍາຍ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ປະ​ເທດ; ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ສັນ​ຍາ​ຮ່ວ​ມ​ມືລະ​ຫວ່າງ 2 ລັດ​ຖະ​ບານ ແລະ ບັນ​ດາໂຄງ​ການ, ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ ປກ​ສ, ປກ​ຊ ແນ​ໃສ່​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຢູ່​ແຕ່​ລະ​ປະ​ເທດ, ສ້າງເສັ້​ໜ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. 2 ຝ່າຍ​ສືບ​ຕໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ປອດ​ໄພຢູ່​ທະ​ເລ​ຕາ​ເວັນ​ອອກ. ເຫັນ​ດີ​ຕໍ່​ການແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ພ້ອມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC), ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ ແລະ ການທູດ​ເພື່ອ​ສະ​ກັດ​ກັ້ນ, ກ້າວ​ໄປ​ສູ່​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

    2 ຝ່າຍ​ຕີ​ລາ​ຄາ​ສູງໝາກ​ຜົນ​ທີ່​ດີ​ງາມ ແລະ ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຂອງການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ລາວ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເດ​ປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ລາວ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ 2 ປະ​ເທດເພື່ອ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.
ຂ່າວ/ບົດ​ອື່ນ