ຖະແຫຼງການຮ່ວມຫວຽດນາມ-ໄຮຕີ


 ຖະແຫຼງການຮ່ວມຫວຽດນາມ-ໄຮຕີ - ảnh 1

(ພາບ: vov.vn)

 (vovworld)- ​​​ເນື່ອງ​ໃນ​ໂອກາດທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ ​ສິ້ນ​ສຸດ​ການ​ຢ້ຽມຢາມປະ​ເທດ ສ.​ໄຮ​ຕີ ຢ່າງ​ຈົບງາມ, ວັນ​ທີ28/3, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ.

  ຖະ​ແຫຼ​ງການ​ຮ່ວມຊີ້​ແຈ້ງວ່າ: ຫວຽດນາມ ​ແລະ ​ໄຮ​ຕີ ​ເຫັນ​ດີ​ເປັນ​ເອກ​ະສັນ​ສືບ​ຕໍ່​ປັບປຸງ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມືທີ່​ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ປະ​ເທດ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ເງື່ອນ​​ໄຂ​ດຳລົງ​ຊີວິດ​ຂອງ ປຊຊ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ ​ແລະ ສັງ​ຄົມແບບ​ຍືນ​ຍົງ​ຂອງ​ສອງ​ປະ​ເທດ. ຄຽງ​ຄູ່​ກັນນັ້ນ, ຊຸກຍູ້​ການ​ເຊັນ​ບັນດາ​ສັນຍາ, ຂໍ້​ຕົກລົງ​ເພື່ອ​ແນ​ໃສ່​ສ້າ​ງຂອບ​ເຂດ​ກົດໝາຍ​ໃຫ້​ສອດຄ່ອງ​ກັບ​ການ​ພັດທະນາ​​ແບບ​ຍືນ​ຍົງ​ຂອງ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ. ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ຫ້ອງ​ວ່າການ​ລັດຖະມົນຕີ​ຮັບຜິດຊອບ​ກ່ຽວ​ກັບ​ຄວາມໝັ້ນຄົງ​ພະລັງງານ​ໄຮ​ຕີ, ຊຸກຍູ້​ການ​ເຈລະຈາ​ເພື່ອ​ເຊັນ​ສັນຍາ​ຮ່ວມ​ມື​ດ້ານ​ສິລະ​ປະວັດທະນະທຳ​ ​ແລະ ສັນ​ຍາ​ສົ່ງ​ເສີມ ​ແລະ ອາລັກຂາ​ການ​ລົງທຶນ. ສອງ​ຝ່າຍເຫັນ​ດີ​ເປັນ​ເອກ​ະສັນສ້າງ​ເງື່ອນ​ໄຂ​ອຳນ​ວຍຄວາ​ມສະດວກ​ເພື່ອ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະ​ແລກປ່ຽນ, ຊ່ວຍ​ສອງ​ປະ​ເທດ​ຫຍັບ​ມໍ່​ເຂົ້າກັນ​ກ່ວາ​ອີກ; ສ້າງ​ເງື່ອນ​ໄຂ​ອຳນ​ວຍຄວາ​ມສະດວກ​ໃນ​ການ​ໄປມາຫາສູ່​ກັນ​ຂອງ​ພົນລະ​ເມືອງ​ຫວຽດນາມ ​ແລະ ​ໄຮ​ຕີ ​ໃນ​ເຂດ​ດິນ​ແດນ​ສອງ​ປະ​ເທດ./.

ຂ່າວ/ບົດ​ອື່ນ