ຖະແຫຼງຂ່າວແລະສື່ສານແມ່ນຂະແໜງສຳຄັນໃນວິວັດທະນາການເຫັນເປັນອຸດສາຫະກຳ,ທັນສະໄໝ

ຖະແຫຼງຂ່າວແລະສື່ສານແມ່ນຂະແໜງສຳຄັນໃນວິວັດທະນາການເຫັນເປັນອຸດສາຫະກຳ,ທັນສະໄໝ - ảnh 1
ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ໄປສະນີ​ຫວຽດນາມ
(ພາບ: baochinhphu.vn)


​​(vovworld) – ວັນ​ທີ 14/08, ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫ​ັນທີ່​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ໄປສະນີ​ຫວຽດນາມ, ທ່ານ ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຢືນ​ຢັນ​ວ່າ: ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ​ ແລະ ​ສື່ສານ ​ໄດ້​ກຳນົດ​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂະ​​ແໜງ​ສຳຄັນ​ໃນ​ວິວັດ​ທະ​ນາ​ການ​ເຫັນ​ເປັນ​ອຸດສາ​ຫະກຳ ​ແລະ ທັນ​ສະ​ໄໝ, ​ແມ່ນ​ປັດ​ໄຈ​ຍຸດ​ທະ​ສາດ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີມ​ໂຕ​ດ້ານ​ເສດຖະກິດ, ພັດທະນາ​ສັງຄົມ. ກ່ຽວ​ກັບ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ຂະ​ແໜງ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ​ເລ​ຮົ່ງ​ແອ​ງ ສະ​ເໜີ​ໃຫ້​ທົ່ວ​ຂະ​ແໜງ ສຸມ​ໃສ່​ຜັນ​ຂະຫຍາຍ​ມະຕິ​ເລກທີ​ 36 ຂອງ​ກົມ​ການ​ເມືອງ​ຊຸດ​ທິ 11 ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃຫ​​້​ເປັນ​ຢ່າງ​ດີ ​ເພື່ອ​ຕອ​ບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ການ​ພັດທະນາຢ່າງ​ໝັ້ນ​ຂົງ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ. ຍູ້​ແຮງ​ການ​ຄົ້ນ​ຄວ້າ​ສ້າງ​ລະບົບ​ກົດໝາຍ, ກົນ​ໄກ​ນະ​ໂຍບາຍ, ຮັບປະກັນ​ລັກສະນະ​ຄົບ​ຊຸດ, ສ້າງ​ກອບ​ກົດໝາຍ​ທີ່​ສະດວກ​ໃຫ້ການ​ພັດທະນາ​ຂອງ​ຂະ​​ແໜງ.

ຂ່າວ/ບົດ​ອື່ນ